
ໃນໄລຍະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢ່າງເຂັ້ມງວດ, ພ້ອມທັງໃຫ້ຄວາມສຳຄັນໃນການແກ້ໄຂຄຳສະເໜີ ແລະ ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ.
ເພື່ອອຳນວຍຄວາມສະດວກ ແລະ ຮັບເອົາຄຳຄິດຄຳເຫັນ ລວມທັງຂໍ້ສະເໜີໂດຍກົງຈາກປະຊາຊົນໃນໄລຍະກອງປະຊຸມ, ທາງສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີຂອງປະຊາຊົນ ຂຶ້ນຢ່າງເປັນທາງການ ໂດຍເປີດກວ້າງຜ່ານ 3 ຊ່ອງທາງຫຼັກ ດັ່ງນີ້:
ສາຍດ່ວນ: ໂທໝາຍເລກ 156 (ເປີດໃຫ້ບໍລິການແຕ່ວັນທີ 5-21 ຕຸລາ 2026 ໃນໂມງລັດຖະການ); ອີເມວ: nalao.156@gmail.com; ແອັບພລິເຄຊັນ: ລາວນາ (Laona).
ຜ່ານການເປີດຮັບຜ່ານຊ່ອງທາງຕ່າງໆ ໂດຍສະເພາະແມ່ນສາຍດ່ວນໃນໄລຍະກອງປະຊຸມສະໄໝສາມັນ ເທື່ອທີ 2 ນີ້, ມີປະຊາຊົນໂທເຂົ້າສະເໜີບັນຫາ ແລະ ຮ້ອງຂໍຄວາມເປັນທຳ ຈຳນວນທັງໝົດ 615 ສາຍ, ເຊິ່ງສາມາດສັງລວມເນື້ອໃນປະເດັນສຳຄັນໄດ້ 431 ເລື່ອງ.
ຕໍ່ກັບບັນຫາ ແລະ ຄຳສະເໜີທັງໝົດ, ສະພາແຫ່ງຊາດ ໄດ້ສັງລວມ ແລະ ຈັດແບ່ງຕາມຂົງເຂດຢ່າງລະອຽດ ເພື່ອມອບໃຫ້ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາກຳມາທິການທີ່ກ່ຽວຂ້ອງ ເຂົ້າຕິດຕາມ, ກວດກາ ແລະ ປະສານສົມທົບກັບພາກສ່ວນທີ່ຽວຂ້ອງຂອງລັດຖະບານ ເລັ່ງຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ, ໂປ່ງໃສ, ເປັນທຳ ແລະ ທັນການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບັນດາເຜົ່າ.
ຂ່າວ: ສາວລາວໃຕ້