
ພິທີເຊັນສັນຍາ ການຊ່ວຍເຫລືອລ້າຍົກລະດັບໂຮງຫມໍ້ນ້ອຍຫ້ວຍຂົວຫລວງ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ມູນຄ່າ 1 ແສນກ່ວາໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ໄດ້ມີຂື້ນໃນວັນທີ 15 ຕຸລາ 2026 ຢູ່ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງ ໄຊຍະບູລີ ແລະ ທ່ານ ໂຄອິຊຶມິ ເອກະອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ ໂດຍການເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກແຂວງ ໄຊຍະບູລີ.
ໂຄງການມີຈຸດປະສົງຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃຫມ່ ພ້ອມທັງສະຫນອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນໍ້າ ໃຫ້ແກ່ບ້ານ ຫ້ວຍຂົວຫລວງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ.
ທ່ານ ເອກະອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ ກ່ວາວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະຫນັບສະຫນູນແກ່ ແຂວງ ໄຊຍະລູລີ ລວມເປັນມູນຄ່າຫລາຍກ່ວາ 1 ລ້ານໂດລາສະຫະລັດ ເປັນຕົ້ນແມ່ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນໍ້າລິນ ໃນໄລຍະຜ່ານມາ ແລະ ຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖີມໄວທາງລັງ” ຜ່ານການແກ້ໄຂຄວາມແຕກໂຕນທາງພາກພື້ນ.