ທ່ານ ປອ. ອາດສະພັງທອງ ສີພັນດອນ ປະກອບຄຳເຫັນ 4 ຈຸດສຳຄັນ ໃສ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 15 ຕຸລາ 2026, ທ່ານ ປອ. ອາດສະພັງທອງ ສີພັນດອນ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ຂຶ້ນປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຢ່າງກົງໄປກົງມາ ແລະ ມີຈຸດສຸມ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຕົວຈິງ ໂດຍໄດ້ສະເໜີ 4 ຈຸດສຳຄັນ ທີ່ຄວນປັບປຸງ ຄື:

ຈຸດທີ 1: ການກຳນົດເຂດຫ້າມບິນ (ມາດຕາ 68): ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາ ໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນ ໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.


ຈຸດທີ 2: ຄວາມຮັບຜິດຊອບຕໍ່ເຄື່ອງຝາກທາງໄປສະນີ (ມາດຕາ 114): ສະເໜີໃຫ້ກຳນົດຄວາມໝາຍຂອງເຄື່ອງຝາກທາງໄປສະນີທີ່ເກືອດຫ້າມ ແລະ ຜິດກົດໝາຍໃຫ້ຈະແຈ້ງ. ພ້ອມທັງສະເໜີໃຫ້ເພີ່ມພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ຮັບບໍລິການຜູ້ໂດຍສານ ແລະ ເຄື່ອງຝາກ ໃນກໍລະນີທີ່ພົບເຫັນເຄື່ອງຝາກທາງໄປສະນີທີ່ຜິດກົດໝາຍ.


ຈຸດທີ 3: ການຄຸ້ມຄອງເຮືອບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ (ມາດຕາ 150): ສະເໜີໃຫ້ຄົ້ນຄວ້າກໍລະນີການນຳໃຊ້ແບບສະໝັກຫຼິ້ນ. ທ່ານກ່າວວ່າ ໃນພາກປະຕິບັດຕົວຈິງ ການຄຸ້ມຄອງ ແລະ ຕິດຕາມກວດກາເຮືອບິນປະເພດນີ້ ຜ່ານມາແມ່ນຕ້ອງຂໍອະນຸມັດຈາກ ກະຊວງປ້ອງກັນປະເທດ (ປກຊ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍບໍ່ໄດ້ຜ່ານກົມການບິນ. ດັ່ງນັ້ນ, ຖ້າກົດໝາຍສະບັບນີ້ປະກາດໃຊ້ ກົມການບິນພົນລະເຮືອນຕ້ອງໄດ້ປະສານສົມທົບກັບ ປກຊ ແລະ ປກສ ຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດກາບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງປະເທດຊາດ. ນອກຈາກນີ້, ເພື່ອຮັບປະກັນຄວາມສ່ຽງ ແລະ ຄວາມໝັ້ນຄົງ ຄວນຂະຫຍາຍການອະທິບາຍໃນມາດຕານີ້ໃຫ້ກວ້າງຂວາງຕື່ມອີກ.


ຈຸດທີ 4: ກ່ຽວກັບທີ່ຕັ້ງ ແລະ ໂຄງປະກອບຂອງອົງການການບິນພົນລະເຮືອນ (ມາດຕາ 173 ຫາ 175): ເຫັນວ່າຮ່າງກົດໝາຍຍັງບໍ່ທັນກຳນົດແຈ້ງກ່ຽວກັບທີ່ຕັ້ງ ແລະ ໂຄງປະກອບຂອງອົງການດັ່ງກ່າວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ມີການສົມທຽບກັບຮູບແບບການຈັດຕັ້ງຂອງອົງການການບິນພົນລະເຮືອນສາກົນ ໂດຍຄວນເພີ່ມມາດຕາສະເພາະທີ່ກຳນົດແຈ້ງກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ, ໂຄງປະກອບກົງຈັກ ແລະ ລະດັບຂັ້ນການຄຸ້ມຄອງ. ພ້ອມກັນນັ້ນ, ເພື່ອເປັນການອຳນວຍຄວາມສະດວກ ແລະ ຍົກສູງປະສິດທິພາບໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງ, ທ່ານໄດ້ສະເໜີໃຫ້ພິຈາລະນາຍົກລະດັບກົມການບິນພົນລະເຮືອນ ຂຶ້ນເປັນຂັ້ນ "ສະຖາບັນ" ຫຼື "ທະບວງ" ທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍກົງ.


ການປະກອບຄຳເຫັນດັ່ງກ່າວ ແມ່ນເພື່ອແນໃສ່ຮັບປະກັນໃຫ້ກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ມີຄວາມຄົບຖ້ວນ, ສາມາດບັງຄັບໃຊ້ໄດ້ຢ່າງມີປະສິດທິຜົນ, ຮອງຮັບການຂະຫຍາຍຕົວຂອງເຕັກໂນໂລຊີໃໝ່ ແລະ ປົກປັກຮັກສາຄວາມໝັ້ນຄົງປອດໄພຂອງຊາດໄດ້ຢ່າງຮັດກຸມ.