
ວັນທີ 14 ຕຸລາ 2026 ນີ້, ຢູ່ທີ່ ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ, ໂດຍມີ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ທັງ 3 ກອງທັບ ເຂົ້າຮ່ວມ.
ໃນພິທີ 3 ຝ່າຍໄດ້ຕີລາຄືນ ການຮ່ວມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນຊຸມປີທີ່ຜ່ານມາ ເຫັນວ່າມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນການພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນ ຕຸລາ ປີ 2025 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ເດືອນ ກຸມພາ ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ການແລກປ່ຽນນາຍທະຫານໜຸ່ມ ລະຫວ່າງ 3 ກອງທັບ ໃນເດືອນ ພຶດສະພາ ປີ 2026 ຢູ່ນະຄອນດານັງ ສສ ຫວຽດນາມ, ເຊິ່ງບັນດາເຫດການດັ່ງກ່າວ ໄດ້ສະແດງເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄື ສາມກອງທັບ ທີ່ໄດ້ສືບຕໍ່ ແລະ ຜັນຂະຫຍາຍມູນເຊື້ອຄວາມສາມັກຄີທີ່ສະໜິດແໜ້ນ ລະຫວ່າງ 3 ຊາດ ໃຫ້ເປັນສົມບັດອັນລໍ້າຄ່າ ໃຫ້ແກ່ພະນັກງານຮຸ່ນສືບທອດຕະຫຼອດໄປ. ເຊິ່ງສາມປະເທດ ມີຊາຍແດນຕິດຈອດກັນ ແລະ ເປັນປະເທດທີ່ເຄີຍຕົກຢູ່ໃນສະຕາກໍາອັນດຽວກັນ ທີ່ມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນ ແບບສະຫາຍອ້າຍນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະຫຼອດມາ, ປະຊາຊົນສາມຊາດໃນອິນດູຈີນໄດ້ຕໍ່ສູ້ຄຽງບ່າຄຽງໄລ່ ຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ, ສະນັ້ນ ບໍ່ວ່າຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດ ກໍບໍ່ສາມາດຕັດແຍກອອກຈາກກັນໄດ້. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າພ້ອມທີ່ຈະຮ່ວມມືກັບ ສອງກອງທັບ ຫວຽດນາມ ແລະ ກໍາປູເຈຍ ເພື່ອຮັດແໜ້ນນໍ້າໃຈມິດຕະພາບ ທີ່ເປັນມູນເຊື້ອໃຫ້ຍືນຍົງຊົ່ວກາລະນາ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເຫັນດີເປັນເອກະພາບຢ່າງສູງ ຕໍ່ຄໍາຄິດເຫັນ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຕໍ່ບັນຫາຕ່າງໆທີ່ໄດ້ຍົກມານັ້ນ ແລະ ສະເໜີທິດທາງແຜນການຮ່ວມື ໃນປີ 2027 ຂອງສາມກອງທັບ ເພື່ອສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຖືເອົາເວທີນີ້ ເປັນແລກປ່ຽນທັດສະນະຕໍ່ບັນຫາສະພາບການທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນ ທີ່ຈະມີຜົນກະທົບຕໍ່ສາມຊາດ, ສາມກອງທັບ ແລະ ສືບຕໍ່ຈັດການເຝິກຊ້ອມຮ່ວມກອບກູ້ໄພພິບັດ ໃຫ້ເປັນປົກກະຕິ ໂດຍຜັດດປ່ຽນກັນເປັນເຈົ້າພາບ ເພື່ອຍົກສູງຄຸນນະພາບ ໃນການເຝິກຊ້ອມຄັ້ງຕໍ່ໄປ, ສືບຕໍ່ແລກປ່ຽນນາຍທະຫານໜຸ່ມ ຢ່າງເປັນປົກກະຕິ ເພື່ອເປີດໂອກາດໃຫ້ໄດ້ແລກປ່ຽນບົດຮຽນ, ປະສົບການ, ຮັດແໜ້ນຄວາມສາມັກຄີ ເພື່ອຮັກສາສາຍພົວພັນທີ່ເປັນມູນເຊື້ອ ລະຫວ່າງ ສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ມີການລາດຕະເວນຮ່ວມ 3 ກອງທັບ ຢູ່ເຂດທີ່ມີຊາຍແດນຕິດຈອດກັນ 3 ປະເທດ ແລະ 2 ປະເທດ ທີ່ມີຊາຍແດນຕິດຈອດກັນ ເພື່ອເປັນການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ກໍລະນີອື່ນໆ ທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກ ໃຫ້ກົມກອງ ເຮັດໜ້າທີ່ຢູ່ຕາມຊາຍແດນ ຂອງ 3 ປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບ ເພື່ອສະກັດກັ້ນ, ແກ້ໄຂບັນຫາຫຍໍ້ທໍ້ຕາມບໍເວນຊາຍແດນ ໃຫ້ທັນເວລາ, ສືບຕໍ່ປົກປັກຮັກສາບູລະນະຫຼັກໝາຍຊາຍແດນ ແລະ ຊຸກຍູ້ການຮ່ວມືສໍາຫຼວດ ປັກຫຼັກໝາຍຊາຍແດນ ຢູ່ບໍລິເວນທີ່ຍັງຄົງຄ້າງ ໃຫ້ສໍາເລັດ ເພື່ອສ້າງເປັນຊາຍແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ການຮ່ວມມື ເພື່ອພັດທະນາຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນເຊີ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍຄືບັນດາກອງປະຊຸມ ໃນກອບກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ອາຊຽນບວກ ແລະ ເວທີປຶກສາຫາລືຄວາມໜັ້ນຄົງສາກົນຕ່າງໆ. ພ້ອນັ້ນ, ໄດ້ເຊັນບົດບັນທຶກການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຕື່ມອີກ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລີມ ເລຂາທິການໃຫ່ຍ ປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊູມ 3 ລັດຖະມົນຕີກະຊວງປ້ອງປະເທດ ລາວ-ຫວຽດນາມ-ກຳປູເຈຍ.
ຂໍ້ມູນ: Lao people's Army News