ເມືອງໄຊບູລີ ຈັດສະເລີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນໂຮງຮຽນ ມັດທະຍົມສົມບູນ ສາລະພູມ, ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເລີມສະຫຼອງວັນຄູແຫ່ງຊາດລາວ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ຢ່າງເບີກບານມ່ວນຊື່ນ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໂດຍການເປັນປະທານ ແລະ ໂອ້ລົມຂອງ ທ່ານ ພູເງິນ ຈັນທະສອນ ປະທານຄະນະກຳມະການປົກຄອງເມືອງໄຊບູລີ; ໂດຍມີ ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ.
ກ່ອນເຂົ້າສູ່ພິທີຢ່າງເປັນທາງການ, ຜູ້ຮ່ວມງານໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນ້ອງໆນັກຮຽນ ໂຮງຮຽນອະນຸບານສາລະພູມ, ປະຖົມສາລະພູມ, ມັດທະຍົມສົມບູນ ສາລະພູມ ແລະ ມັດທະຍົມສົມບູນ ຕົ້ນແຫນ. ຈາກນັ້ນ ໄດ້ມີການມອບລາງວັນໃຫ້ກັບທີມນັກກິລາ ແລະ ສິລະປະວັນນະຄະດີ ທີ່ຊະນະການແຂ່ງຂັນກິດຈະກຳຕ້ອນຮັບວັນຄູ, ເຊິ່ງຜົນການແຂ່ງຂັນມີດັ່ງນີ້: ກິລາກະຕໍ້: ອັນດັບ 1 ໄດ້ແກ່ ມສ ສາລະພູມ, ອັນດັບ 2 ມສ ຜັກເຜື້ອ ແລະ ອັນດັບ 3 ມສ ນາສັງ. ກິລາບານສົ່ງ: ອັນດັບ 1 ໄດ້ແກ່ ມສ ມະນີລາດ, ອັນດັບ 2 ມສ ຕົ້ນແຫນ ແລະ ອັນດັບ 3 ມສ ສາລະພູມ.
ໃນພິທີ, ທ່ານ ສີວິໄຊ ໃຈແກ້ວ ໄດ້ຜ່ານປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດລາວ ໂດຍໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວຂອງ "ນາຍຄູຄຳ" ຄົນລາວຄົນທຳອິດທີ່ເຂົ້າເປັນຄູ ເມື່ອວັນທີ 7 ຕຸລາ 1907. ທັງນີ້ ກໍເພື່ອປູກຈິດສຳນຶກໃຫ້ທຸກຄົນໃນສັງຄົມ ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ, ເຊີດຊູສັກສີ, ຖານະບົດບາດ ແລະ ຄຸນງາມຄວາມດີຂອງຄູ ທີ່ມີຕໍ່ການພັດທະນາປະເທດຊາດ.
ພ້ອມນີ້, ໃນພິທີຍັງໄດ້ມີການປະກາດລາຍຊື່ ແລະ ມອບໃບສັນລະເສີນ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ປະຈຳສົກປີ 2025–2026 ຈຳນວນທັງໝົດ 395 ທ່ານ. ໃນນັ້ນ, ໄດ້ຮັບນາມມະຍົດດີເດັ່ນ 91 ທ່ານ, ຂັ້ນກະຊວງສຶກສາທິການ ແລະ ກິລາ 128 ທ່ານ, ຂັ້ນເຈົ້າແຂວງ 137 ທ່ານ ແລະ ຂັ້ນພະແນກສຶກສາທິການ ແລະ ກິລາແຂວງ 39 ທ່ານ.
ໃນຕອນທ້າຍ, ນ້ອງໆນັກຮຽນໄດ້ອ່ານສານອວຍພອນວັນຄູ, ພ້ອມທັງມອບຊໍ່ດອກໄມ້ ແລະ ຂອງຂວັນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານຄູບຳນານ, ຫົວໜ້າ ແລະ ຄະນະຫ້ອງການ, ການນຳຂັ້ນສູງຂອງເມືອງ. ພ້ອມກັນນັ້ນ, ຄະນະອຳນວຍການໂຮງຮຽນ ກໍໄດ້ມອບຂອງຂວັນ ແລະ ຊໍ່ດອກໄມ້ໃຫ້ການນຳຫ້ອງການສຶກສາທິການ ແລະ ກິລາເມືອງ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມສະໜິດສະໜົມ, ອົບອຸ່ນ ແລະ ເບີກບານມ່ວນຊື່ນ.