ຈີນ ແລະສະ​ຫະ​ພາບເອີ​ຣົບ​ຄວນ​ຍຶດ​ໝັ້ນ​ຖາ​ນະ​ທີ່​ເປັນ​ຄູ່​ຮ່ວມ​ມື ແລະ ທິດ​ທາງພື້ນ​ຖານ​ການ​ຮ່ວມມື

ວິທະຍຸໂທລະພາບສູນກາງຈີນ ລາຍງານ, ໃນ​ລະ​ຫວ່າງວັນ​ທີ 8 ຫາ 9 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 2 ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ເອີ​ຣົບ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ທີ່​ເນັ້ນ​ປະ​ຕິ​ບັດ​ຕົວ​ຈິງ ແລະ ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ອຸ​ດົມ​ສົມ​ບູນ ພ້ອມ​ທັງ​ໄດ້​ບັນ​ລຸ​ບັນ​ຊີ​ລາຍການຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ 16 ລາຍ​ການ​ທີ່ກວມ​ເອົາ 4 ຂົງ​ເຂດ. ​ສອງ​ຝ່າຍ​ຍັງໄດ້​ຕົກ​ລົງ​ຈະ​ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 3 ຂອງ​ກົນ​ໄກ​ດັ່ງ​ກ່າ​ວ​ໃນ​ເດືອນ​ມີ​ນາ​ປີ 2027. ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັ​ມ​ທີ່​ວ່າ: ຈີນ ແລະ ສະ​ຫ​ະ​ພາບເອີ​ຣົບ​ມີ​ຄວາມ​​ເຕັມ​ໃຈ ແລະ ມີ​ສະ​ຕິ​ປັນ​ຍາ ເພື່ອຄວບ​ຄຸມ ແລະ ແກ້​ໄຂ​ຂໍ້​ຍັດ​ແຍ້ງ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນ​ທະ​ນ​າ ແລະ ການ​ປຶກ​ສາ​ຫາ​ລື​ກັນ.
ໃນ​ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ດັ່ງ​ກ່າວ, ສອງ​ຝ່າຍ​​ໄດ້​ຢືນ​ຢັນ​ຈະແກ້​ໄຂ​ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ສອງ​ຝ່າຍ ແລະ ຄວາມ​ກັງ​ວົນ​ຂອງ​ກັນ​ແລະ​ກັນ​ຢ່າງສົມ​ດຸນ​ໃນ​ຂອບ​ກົດ​ລະ​ບ​ຽບ​ອົງ​ການ​ການ​ຄ້າ​ໂລກ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຄ້າ​ຈີນ-ເອີ​ຣົບ​ພັດ​ທະ​ນາ​ໄປຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ. ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ 16 ລາຍ​ການ, ຈຸດ​ເດັ່ນ​ໃຫຍ່​ທີ່​ສຸດ​ແມ່ນ​ຈັດ​ເອົາ​ບັນ​ຫາ​ລົດ​ຍົນ​ທີ່​ວົງ​ການ​ພາຍນອກ​ໃຫ້​ຄວາມ​ສົນ​ໃຈ​ໃນ​ລະ​ດັບ​ສູງ​ນັ້ນ ເຂົ້າ​ໃນ​ວົງ​ໂຄ​ຈອນ​ແຫ່ງ​ການ​ເຈ​ລະ​ຈາ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ. ນອກ​ນີ້, ບັນ​ຊີ​ລາຍ​ການ​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ການ​ສົ່ງ​ອອກ, ຊັບ​ສິນ​ທາງ​ປັນ​ຍາ ແລະ​ອື່ນໆ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ກົນ​ໄກ​ປຶກ​ສາ​ຫາ​ລື​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ເອີ​ຣົບ​ໄດ້​​ປ່ຽນຈາກ​ການ​ສ້າງ​​ຂອບ​ໄປ​ສູ່​ການ​ສ້າງ​ຜົນ​ໄດ້​ຮັບ.
ໃນ​ຖາ​ນະ​ເປັນ 2 ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ຕົ້ນ​ຕໍ​​ຂອງ​ໂລກ, ການ​ທີ່​ຈີນ ແລະ ເອີ​ຣົບ​ເກີດ​ມີ​ຂໍ້​ຂັດ​ແຍ້ງໃນ​ການ​​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ​ແມ່ນ​ເລື່ອງ​ປົກ​ກະ​ຕິ. ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ຈີນ​ບໍ່​ເຄີຍ​ຕັ້ງ​ໃຈ​ສະ​ແຫວງ​ຫາ​ການ​ໄດ້​ປ​ຽບດຸນການ​ຄ້າ​ຈັກ​ເທື່ອ. ນັກ​ການ​ເມືອງ​ບາງ​ຄົນ​ໃນ​ເອີີ​ຣົບ​ປ່າວ​ຂ່າວອັນ​ທີ່​ເອີ້ນ​ວ່າ “ຄວາມ​ສາ​ມາດ​ການ​ຜະ​ລິດ​ເກີນ​ຄວາມ​ຕ້ອງ​ການ” ​ເຊິ່ງ​ສ່ວນຫຼາຍ​ແມ່ນ​ຕັ້ງ​ຢູ່​ບົນ​ພື້ນ​ຖານ​ຕົວ​ຊີ້​ວັດ​ດຽວ ຄື​ ການ​ຂາດ​ດຸນການ​ຄ້າ​ສິນ​ຄ້າປະ​ເພດ​ຈັບ​ຕ້ອງ​ໄດ້, ແຕ່​ຕັ້ງ​ໃຈຫຼີກ​ລ່ຽງ​ຄວາມ​ຈິງ​ທີ່ການ​ຄ້າ​ການ​ບໍ​ລິ​ການ​ແມ່ນ​ການ​ເກີນ​ດຸນ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2025, ການ​ເກີນ​ດຸນ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ເອີ​ຣົບ​ຕໍ່​ຈີນ​ແມ່ນ 48 ຕື້ 300 ລ້ານ​ໂດ​ລາ. “ການ​ເກີນ​ດຸນ​ຢູ່​ຈີນ ແລະ ຜົນ​ກຳ​ໄລ​ຢູ່​ເອີ​ຣົບ” ຈຶ່ງ​ແມ່ນ​ສະ​ພາບ​ຕົວ​ຈິງ​ຂອງ​ການ​ຄ້າ​ຈີນ-ເອີ​ຣົບ.
ຄວາມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຈີນ​ບໍ່​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ຂອງ​ບັນ​ຫາຕ່າງໆ​ຂອງ​ເອີ​ຣົບ, ແຕ່​ແມ່ນ​ຄູ່​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນ​ຫາ. ປີ​ນີ້​ແມ່ນ​ປີ​ທຳ​ອິດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 15 ຂອງ​ຈີນ. ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ດັ່ງ​ກ່າວ, ຈີນ​ຈະ​ສົ່ງ​ເສີມ​ການ​ຄ້າ​ຕ່າງ​ປະ​ເທດ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ພາບ​ສູງ​ຂຶ້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ນຳ​ເຂົ້າ-ສົ່ງ​ອອກ​ໃຫ້​ມີ​ຄວາມ​ສົມ​ດຸນ, ປັບ​ປຸງ​ບັນ​ຊີ​ລາຍ​ການ​ຜະ​ລິດ​ຕ​ະ​ພັນ, ການ​ບໍ​ລິ​ການ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ນຳ​ເຂົ້າ, ຫຼຸດ​ຜ່ອນ​ບັນ​ຊີ​ລາຍ​ການ​ທາງ​ລົບ​ສຳ​ລັບ​ການ​ເຂົ້າ​ມາ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ​ອື່ນໆ. ເລື່ອງ​ເຫຼົ່າ​ນີ້​ຈ​ະ​ສະ​ໜອງ​ໂອ​ກາດ​ການ​ຕະຫຼາດ​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ ເຊິ່ງ​ລວມ​ທັງ​ສະ​ຫະ​ພາບ​ເອີ​ຣົບ.