ສິງກະໂປ ສະເໜີ 2 ໂຄງການ ຍົກລະດັບຮັບມື ແກ້ງສະແກມເມີອອນລາຍ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ເຄ ຊານມູກຳ ລັດຖະມົນຕີ ອາວຸໂສ ຂອງສິງກະໂປ ເປີດເຜີຍໃນວັນທີ 6 ຕຸລາວ່າ: ສິງກະໂປ ໄດ້ສະເໜີ 2 ໂຄງການເພື່ອຍົກລະດັບການຕອບໂຕ້ໄພຂົ່ມຂູ່ຈາກການຫລອກລວງທາງອອນລາຍໃນອາຊຽນ, ກ່ອນທີ່ ສິງກະໂປຈະເຂົ້າຮັບຕຳແໜ່ງ ປະທານ ອາຊຽນ ໃນປີໜ້າ. 
 
ໃນຖານະປະເທດ ຜູ້ປະສານງານຫລັກ ແບບສະໝັກໃຈ ຂອງ ອາຊຽນ ດ້ານອາຊະຍາກຳ ທາງໄຊເບີ ແລະ ການຫລອກລວງ ທາງອອນລາຍ (ASEAN Voluntary Lead Shepherd for Cybercrime and Online Scams), ສິງກະໂປ ໄດ້ສະເໜີ “ແນວປະຕິບັດອາຊຽນ ວ່າດ້ວຍການຕ້ານ ການຫລອກລວງ ເທິງແພລດຟອມອອນລາຍ” (ASEAN Code of Practice to Combat Scams on Online Platforms) ເຊິ່ງຈະກຳນົດມາດຕະການ ຄຸ້ມຄອງ ຂັ້ນພື້ນຖານ ແບບສະໝັກໃຈ ເພື່ອໃຫ້ ບັນດາປະເທດ ສະມາຊິກນຳໄປປັບໃຊ້ ກັບແພລດຟອມອອນລາຍ ໃນການກວດຈັບ, ປ້ອງກັນ ແລະ ສະກັດກັ້ນການຫລອກລວງ.
 
ມາດຕະການ ທີ່ສະເໜີ ດັ່ງກ່າວ ຄວບຄຸມເຖິງ ການສົ່ງຕໍ່ຂໍ້ມູນ ກ່ຽວກັບ ກິດຈະກຳ ການຫລອກລວງ ທີ່ກວດພົບ ໄປຍັງ ຫົວໜ່ວຍງານ ຫລື ອົງການ ທີ່ກ່ຽວຂ້ອງ ຢ່າງວ່ອງໄວ, ລວມທັງ ການໃຊ້ ມາດຕະການ ກວດສອບທີ່ເໝາະສົມ ເພື່ອປ້ອງກັນ ບໍ່ໃຫ້ບັນຊີ ທີ່ບໍ່ແມ່ນ ບັນຊີແທ້ ຖືກນຳໄປໃຊ້ ໃນການ ຫລອກລວງ.