ຮົງກົງ ໄດ້ຮັບການປະເມີນເປັນກຸ່ມເສດຖະກິດເສລີທີ່ສຸດໃນໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 6 ຕຸລາ ຜ່ານມາ, ສະຖາບັນຄົ້ນຄວ້າຟຣາເຊີການາດາ ໄດ້ປະກາດ “ບົດລາຍງານຄວາມເສລີດ້ານເສດຖະກິດໂລກປະຈຳປີ 2026”. ຮົງກົງ ໄດ້ຮັບການປະເມີນເປັນກຸ່ມເສດຖະກິດເສລີທີ່ສຸດໃນໂລກອີກຄັ້ງໜຶ່ງ. ໃນມື້ດຽວກັນ, ໂຄສົກອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວ ວ່າ, ບົດລາຍງານດັ່ງກ່າວໄດ້ຢືນຢັນທ່າແຮງດ້ານຕະຫຼາດເສລີ ລວມທັງສະພາບແວດລ້ອມການດຳເນີນທຸລະກິດທີ່ເປີດປະຕູ, ມີປະສິດທິຜົນສູງ ແລະ ຍຸຕິທຳຂອງຮົງກົງອີກຄັ້ງໜຶ່ງ.
ໂຄສົກທ່ານນີ້ກ່າວຕື່ມວ່າ: ຮົງກົງປະຕິບັດຕາມຫຼັກການປະເທດດຽວສອງລະບອບ ຊຶ່ງໄດ້ຮັບການຄ້ຳຊູຂອງປະເທດຊາດ ແລະ ເຊື່ອມໂຍງກັບໂລກ, ມີການທະນາຄານ, ການຂົນສົ່ງທາງທະເລ, ການຄ້າ ແລະ ການບໍລິການມືອາຊີບທີ່ເຊື່ອມຕໍ່ກັບມາດຕະຖານສູງສຸດຂອງສາກົນ, ທັງມີໂຄງສ້າງຈັດຕັ້ງອົງການປົກຄອງທີ່ມີປະສິດທິພາບສູງ, ຖັນແຖວລັດຖະກອນທີ່ສຸຈະຫຼິດ ແລະ ເປັນມືອາຊີບ. ນັບແຕ່ປີນີ້ເປັນຕົ້ນມາ, ຮົງກົງໄດ້ສ້າງຜົນງານດີເດັ່ນໃນການລຽງລໍາດັບກຳລັງແຂ່ງຂັນສາກົນຫຼາຍປະການ ຊຶ່ງໄດ້ສະແດງໃຫ້ເຫັນເຖິງທ່າແຮງແກນກາງຂອງຮົງກົງ ແລະ ຄວາມພະຍາຍາມຂອງອົງການປົກຄອງຮົງກົງໃນການຊຸກຍູ້ການພັດທະນາໃນຄຸນນະພາບສູງ ໄດ້ຮັບຄວາມຮັບຮູ້ຢ່າງກວ້າງຂວາງຈາກປະຊາຄົມໂລກ