ກົມເຄມີສາດ ກະຊວງປ້ອງກັນປະເທດຮ່ວມມືບໍລິສັດ ອິນດັດສ໌ເທັກ ຈຳກັດ ຍົກລະດັບວຽກງານຄວາມປອດໄພທາງເຄມີ-ລັງສີ ໃນ ລາວ

ໃນຕອນບ່າຍຂອງ ວັນທີ 06 ຕຸລາ 2026, ທີ່ ສູນຊ່ຽວຊານຝຶກອົບຮົມ ຄວາມປອດໄພ, ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ຂອງບໍລິສັດ ອິນດັດສ໌ເທັກ ຈຳກັດ ໄດ້ມີການຈັດພິທີເຊັນບົດບັນທຶກວ່າດ້ວຍ ການຮ່ວມມືດ້ານເຕັກນິກ-ວິຊາການ ໃນຂົງເຂດວຽກງານຄວາມປອດໄພຈາກເຄມີ ຂຶ້ນຢ່າງເປັນທາງການ ລະຫວ່າງ ກົມເຄມີສາດ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ອິນດັດສ໌ເທັກ ຈຳກັດ.
ພິທີລົງນາມໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົຕ ສີພອນໄຊ ຄໍາທອງເຫວີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ; ເຊິ່ງຕາງໜ້າເຊັນໂດຍ ທ່ານ ພັອ ຄຳສະຫວັດ ໄຊຍະລາດ, ຫົວໜ້າກົມເຄມີສາດ ແລະ ທ່ານ ພອນສະຫວັນ ໄຊປັນຍາ, ອຳນວຍການບໍລິຫານ ບໍລິສັດ ອິນດັດສ໌ເທັກ ຈຳກັດ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງຝ່າຍ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງສຳຄັນຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອເປັນການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ໃນການຍົກລະດັບມາດຕະຖານວຽກງານຄວາມປອດໄພທາງເຄມີ-ລັງສີ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບສູງສຸດ. ໂດຍເນັ້ນໃສ່:

ການສ້າງຄວາມອາດສາມາດ ແລະ ຝຶກອົບຮົມວິຊາການໃນການຕອບໂຕ້ທາດເຄມີອັນຕະລາຍ.

ການປະເມີນຄວາມສ່ຽງ ແລະ ການນຳໃຊ້ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ທີ່ຖືກຕ້ອງ.

ການຮ່ວມກັນສ້າງໂຄງການບຳບັດ ແລະ ກຳຈັດສິ່ງເສດເຫຼືອຈາກເຄມີອຸດສາຫະກຳ ໃຫ້ສອດຄ່ອງຕາມລະບຽບກົດໝາຍ.

ການສອບທຽບອຸປະກອນວິຊາສະເພາະ ທີ່ນຳໃຊ້ເຂົ້າໃນການຕິດຕາມ ແລະ ແກ້ໄຂເຫດຮົ່ວໄຫຼ.
ການຮ່ວມມືກັນຄັ້ງນີ້ ຖືເປັນບາດກ້າວສຳຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພທາງເຄມີ-ລັງສີ ໃນ ສປປ ລາວ, ແນ່ໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ, ຊີວິດ, ສິ່ງແວດລ້ອມ ແລະ ຮັບປະກັນຄວາມໝັ້ນຄົງຂອງຊາດ ຢ່າງຍືນຍົງ.