ແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄຳພິທູນ ເປັນປະທານສະພາທິດສະດີສູນກາງພັກ ພ້ອມຮອງປະທານ 4 ສະຫາຍ

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
ໄລຍະ 5 ປີຜ່ານມາ, ສະພາທິດສະດີສູນກາງພັກ ໄດ້ມີຜົນສຳເລັດໃນການປະຕິບັດບົດບາດໃຫ້ຄຳປຶກສາແກ່ສູນກາງໄດ້ເປັນຢ່າງດີ ສະແດງອອກພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນ ສະພາທິດສະດີໄດ້ອອກນິຕິກຳສະເພາະ ແລະ ໄດ້ມີການປະຕິບັດຢ່າງເຂັ້ມງວດ; ເອົາຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າໃນລະດັບຕ່າງໆ ແລະ ມີຜະລິດຕະພັນອອກມາຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ; ການຈັດສຳມະນາຮ່ວມກັບສອງພັກ, ກັບບັນດາພັກການເມືອງອ້າຍນ້ອງ ແມ່ນໄດ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ, ໝາກຜົນຂອງການຈັດສຳມະນາທິດສະດີ ແມ່ນໄດ້ສະຫລຸບສັງຮວມ ແລະ ລາຍງານສະໜອງຂໍ້ມູນໃຫ້ສູນກາງພັກໃນບັນຫາຕ່າງໆ ປະຕິບັດໄດ້ເປັນປົກກະຕິ; ການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແມ່ນໄດ້ສຳເລັດໃນຫລາຍຂົງເຂດ ເປັນຕົ້ນ ການປະກອບສ່ວນໃນການຮ່າງລາຍງານການ ເມືອງ ຄັ້ງທີ XII ຂອງພັກ; ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ການຄົ້ນຄວ້າໂຄງການການເມືອງ, ການຈັດຕັ້ງສະຫລຸບ 40 ປີປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ການຄົ້ນຄວ້າສ້າງບັນດາປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ການຄົ້ນຄວ້າວິທະຍາສາດຮັບໃຊ້ວັນສຳ ຄັນຂອງພັກຂອງຊາດ ແລະ ການຄົ້ນຄວ້າຫົວຂໍ້ລະດັບຊາດ ທີ່ສູນກາງມອບໝາຍໃຫ້ ໄດ້ຮັບການຈັດ ຕັ້ງປະຕິບັດ ໄດ້ຮັບໝາກຜົນຢ່າງຈົບງາມ.
ໃນໂອກາດນີ້, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກ ລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານສະພາທິດສະດີສູນກາງພັກ ສະບັບເລກທີ 66/ກມສພ, ລົງວັນທີ 17 ສິງຫາ 2026 ໂດຍໄດ້ ແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເປັນປະທານສະພາທິດສະດີສູນກາງພັກ; ແຕ່ງຕັ້ງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ລີເບີ ລີບົວປາວ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຮອງປະທານສະພາທິດສະດີສູນກາງພັກ. ນອກຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ສະບັບເລກທີ 180/ຄລສພ, ລົງວັນທີ 17 ສິງຫາ 2026, ແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງສະມາຊິກສະພາທິດສະດີສູນກາງພັກ ຈໍານວນ 30 ສະຫາຍ.
ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບ ສ່ວນຂອງສະມາຊິກສະພາທິດສະດີສູນກາງພັກຊຸດຜ່ານມາ ແລະ ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ສະພາທິດສະດີສູນກາງພັກມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດໃໝ່, ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ, ປະກອບສ່ວນເຂົ້າໃນການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ໃຫ້ມີຄຸນນະພາບ ແລະ ສະໜອງຂໍ້ມູນໃຫ້ສູນກາງພັກໃນວຽກງານຕ່າງໆ ທີ່ອຸດົມສົມບູນ ແລະ ທັນເວລາ.
ຂ່າວ: ສະພາທິດສະດີສູນກາງພັກ