ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
ບົດລາຍງານຊີ້ໃຫ້ເຫັນວ່າ: ຫຼັງຈາກປັບຕົວຕາມປັດໄຈລະດູການແລ້ວ, ຍອດຂາຍຍ່ອຍໃນເດືອນກໍລະກົດເພີ່ມຂຶ້ນ 0.9% ເມື່ອທຽບກັບເດືອນກ່ອນໜ້ານີ້.
ຍອດຂາຍຍ່ອຍທັງໝົດໃນເດືອນກໍລະກົດ ມີມູນຄ່າປະມານ 4.4 ຕື້ໂດລາສິງກະໂປ (ປະມານ 3.47 ຕື້ໂດລາ), ໂດຍຍອດຂາຍທາງອອນລາຍຄິດເປັນປະມານ 15.4% ຂອງຍອດຂາຍຍ່ອຍທັງໝົດ ຊຶ່ງຫຼຸດລົງຈາກ 16.4% ໃນເດືອນມິຖຸນາ.
ໝວດສິນຄ້າເພື່ອການພັກຜ່ອນມີການເຕີບໂຕຂອງຍອດຂາຍທີ່ເຂັ້ມແຂງທີ່ສຸດໃນຂະແໜງການຂາຍຍ່ອຍ, ໂດຍເພີ່ມຂຶ້ນ 13.9% ເມື່ອທຽບກັບປີກ່ອນ, ຕາມດ້ວຍໂມງ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 11.1%, ສ່ວນໃຫຍ່ແມ່ນຍ້ອນຍອດຂາຍເຄື່ອງກິລາ ແລະ ອຸປະກອນເສີມທີ່ເພີ່ມຂຶ້ນ.
ສ່ວນຍອດຂາຍອຸປະກອນຄອມພິວເຕີ ແລະ ໂທລະຄົມມະນາຄົມເພີ່ມຂຶ້ນ 5.1% ເມື່ອທຽບກັບປີກ່ອນ.
ຢ່າງໃດກໍຕາມ, ຍອດຂາຍອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າຫຼຸດລົງ 5.1%, ໃນຂະນະທີ່ຍອດຂາຍຂອງຮ້ານສັບພະສິນຄ້າຫຼຸດລົງ 3.5% ເມື່ອທຽບກັບປີກ່ອນ