ເມືອງມະຫາໄຊຈັດພິທີເປີດສົກຮຽນໃໝ່ ທົ່ວເມືອງປະຈໍາສົກຮຽນ 2026-2027

ພິທີເປີດສົກຮຽນໃໝ່ທົ່ວເມືອງມະຫາໄຊ ປະຈໍາສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງມະຫາໄຊ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ທ່ານ ສີວອນ ທໍາມະວົງ ຮອງປະທານຄະນະກຳມະການປົກຄອງເມືອງມະຫາໄຊ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະກຳມະການປົກຄອງຕາແສງ, ນາຍບ້ານ, ອຳນວຍການ ແລະ ຮອງອຳນວຍການໂຮງຮຽນ ພ້ອມດ້ວຍບັນດາທ່ານແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ເພັດສະລາ ພຸດທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂື້ນຜ່ານບົດລາຍງານການກະກຽມຄວາມພ້ອມໄຂສົກຮຽນ ສົກປີ 2026-2027 ເຊິ່ງທົ່ວເມືອງມະຫາໄຊ ມີໂຮງຮຽນທັງໝົດ 98 ແຫ່ງ, ໃນນັ້ນອະນຸບານ 14 ແຫ່ງ (ເອກະຊົນ 3 ແຫ່ງ, ປະຖົມ ສົມບູນ 51 ແຫ່ງ (ເອກະຊົນ 2 ແຫ່ງ), ໂຮງຮຽນມູນລະປະຖົມ 16 ແຫ່ງ, ມັດທະຍົມຕອນຕົ້ນ 12 ແຫ່ງ ແລະ ມັດທະຍົມສົມບູນ 5 ແຫ່ງ, ມີຈຳນວນລັດຖະກອນສຶກສາທັງໝົດ 419 ຄົນ, ຍິງ 222 ຄົນ, ພະນັກງານບໍລິຫານ ຫ້ອງການ 39 ຄົນ, ຍິງ 19 ຄົນ, ມີຄູສອນທັງໝົດ 380 ຄົນ, ຍິງ 203 ຄົນ ແລະ ຄູສອນຊ່ວຍ 1 ຄົນ, ຍິງ 0 ຄົນ, ສົກຮຽນ 2026-2027 ທົ່ວເມືອງ ມີຈໍານວນນັກຮຽນທີ່ມາຈົດຊື່ເຂົ້າຮຽນຮອດວັນທີ 31 ສິງຫາ 2026 ໄດ້ຈໍາ ນວນທັງໝົດ 6,051 ຄົນ, ຍິງ 3,050 ຄົນ ໃນນັ້ນ ຊັ້ນ ອະນຸບານ 518 ຄົນ, ຍິງ 249 ຄົນ, ຫ້ອງປໍກຽມ 91 ຄົນ, ຍິງ 34 ຄົນ ຊັ້ນປະຖົມ 3,658 ຄົນ, ຍິງ 1,800 ຄົນ ແລະ ຊັ້ນມັດທະຍົມ 1,784 ຄົນ, ຍິງ 967 ຄົນ, ໄດ້ປຸກລະດົມຊຸກຍູ້ໃຫ້ຄຸ-ອາຈານ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ຜູ້ປົກຄອງ ໃຫ້ປຸກລະດົມລູກຫຼານຂອງຕົນໄດ້ເຂົ້າຮຽນຢ່າງເປັນປົກກະຕິ, ກະກຽມຈົດຊື່ນັກຮຽນໃນເກນເຂົ້າຮຽນແຕ່ລະຊັ້ນ/ຂັ້ນ ແຕ່ໂຮງຮຽນໃນທົ່ວເມືອງ, ອານາໄມ ສ້ອມແປງອາຄານສະຖານທີ່ ແລະ ວັດຖຸອຸປະກອນການຮຽນ - ການສອນ ໃນແຕ່ລະໂຮງຮຽນໃຫ້ໃຊ້ງານໄດ້ເປັນປົກະຕິ ແລະ ເປັນລະບຽບຮຽບຮ້ອຍ. ຫຼັງຈາກນັ້ນທ່ານ ນາງ ທິບພະຈັນ ຄຸນນະວົງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ໂພນສະອາດ ໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດວຽກງານສຶກສາ - ກິລາ ປະຈໍາສົກປີ 2026-2027 ແລະ ທິດທາງແຜນພັດທະນາການສຶກສາປະຈໍາສົກປີ 2026–2027 ເຊິ່ງສະແດງໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກຄະນະປະທານ ເຊິ່ງທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ທ່ານໄດ້ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນເອົາໃຈໃສ່ວຽກງານການ ເມືອງ-ແນວຄິດໃຫ້ຄູ-ອາຈານ, ເພີ່ມທະວີຄວາມຮັບຜິດຊອບ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມຂອງຊາດ, ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກ, ວິ ທີການສິດສອນ ໃຫ້ທັນກັບສະພາບການປ່ຽນແປງໃໝ່ ສ່ວນພໍ່ແມ່ຜູ້ປົກຄອງນັກຮຽນກໍ່ຕ້ອງສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນໄດ້ໄປເຂົ້າໂຮງຮຽນ ແລະ ເອົາໃຈໃສ່ແນະນໍາ, ອົບຮົມຕັກເຕືອນລູກຫຼານ ໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.