ອິນເດຍ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ກຸ່ມປະເທດບຣິກ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ເມື່ອບໍ່ດົນມານີ້ ປະເທດອິນເດຍ ປະກາດເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມປະເທດເບຣິກ (BRICS) ຄັ້ງທີ 18 ຢູ່ນະຄອນຫລວງ ນິວແດນລີ ລະຫວ່າງ ວັນທີ 12-13 ກັນຍາ ນີ້ ພາຍໃຕ້ ຫົວຂໍ້ “ເສີມສ້າງ ຄວາມພ້ອມຮັບມື, ນະວັດຕະກໍາ, ການຮ່ວມມື ແລະ ຄວາມຍືນຍົງ” (Building for Resilience, Innovation, Cooperation and Sustainability) ໂດຍມີ ບັນດາ ປະເທດ ສະມາຊິກ, ປະເທດ ຫຸ້ນສ່ວນ ບຣິກ ລວມທັງຜູ້ທີ່ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມດັ່ງກ່າວ.
 
ກະຊວງການຕ່າງປະເທດ ຂອງ ອິນເດຍ ຍັງລະບຸວ່າ ບັນດາ ຜູ້ນຳຈະຮ່ວມມືກັນ ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມສ້າງການຮ່ວມມືພາຍໃນກຸ່ມບຣິກ ໃນປະເດັນສຳຄັນຮ່ວມກັນລວມເຖິງການແລກປ່ຽນທັດສະນະຕໍ່ປະເດັນລະດັບໂລກ ແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນໂດຍສະເພາະໃນປີນີ້ ມີການຈັດກອງປະຊຸມ ແລະກິດຈະກຳລະດັບສູງ ລວມເຖິງ 350 ລາຍການ ຢູ່ຫລາຍກວ່າ 25 ເມືອງ ທົ່ວປະເທດ.