ນະຄອນຫຼວງວຽງຈັນ ສ້າງຜົນງານໂດດເດັ່ນ ຍາດໄດ້ 10 ຫຼຽນຄຳ

ນັກກີລາລອຍນໍ້າ ຍິງ-ຊາຍ ຂອງສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໂດຍກວາດ 10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນວັນທີ 29-30 ສິງຫາ 2026 ຢູ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງມີນັກກີລາລອຍນໍ້າ ຫຼາຍກວ່າ 820 ຄົນ ຈາກ 16 ປະ ເທດ ເຂົ້າຮ່ວມ.
 
ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ ຜ່ານມາ ໄດ້ສົ່ງນັກກີລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok ເຊິ່ງເປັນອີກໜຶ່ງເວທີສຳຄັນລະດັບນາໆຊາດ ທີ່ມີນັກກີ ລາລອຍນ້ຳ ເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ ໃນນີ້ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກີລາໂຕແທນຈາກ ສປປ ລາວ ຈຳນວນ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມ ສອນ ຄື ASW RSC ແລະ V2A ນຳໂດຍທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະ ຄອນຫຼວງວຽງຈັນ.
 
ພ້ອມດ້ວຍຄະນະບໍລິຫານງານສະຫະພັນ ເຂົ້າຮ່ວມແຂ່ງຂັນດ້ວຍຄວາມທຸ່ມເທ ຄວາມພາກພຽນ ແລະ ການເຝິກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ໂດຍກວາດ 10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງການແຂ່ງຂັນ.