ຕໍາຫຼວດຈະລາຈອນ ນວ ຈັດກໍາລັງລົງ 127 ຈຸດ ອຳນວຍຄວາມສະດວກ ໄລຍະໄຂສົກຮຽນໃໝ່

ວັນທີ 1 ກັນຍາ ຂອງທຸກໆປີແມ່ນວັນໄຂສົກຮຽນໃໝ່ ຂອງໂຮງຮຽນສາມັນສຶກສາໃນຂອບເຂດທົ່ວປະເທດ; ໂດຍສະເພາະ ນະຄອນຫຼວງວຽງຈັນ( ນວ) ຈຶ່ງເກີດມີການອັ່ງອໍຂອງຍານພາຫະນະ ເຮັດໃຫ້ການສັນຈອນຕິດຂັດເປັນບາງຊ່ວງຂອງສາຍທາງ. ສະນັ້ນ, ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ໄດ້ຈັດຕັ້ງກຳລັງວິຊາສະເພາະ ລົງອຳນວຍຄວາມສະດວກໃຫ້ພ່ໍແມ່ປະຊາຊົນ ຕາມສາຍທາງຫຼວງ ໂດຍສະເພາະ ກໍແມ່ນເຂດໂຮງຮຽນ.
 
ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 1 ກັນຍາ 2026 ໃຫ້ຮູ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນ ໃນຊ່ວງໄລຍະໄຂສົກຮຽນໃໝ່ ເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາ ໄດ້ຈັດວາງກຳລັງລະບາຍການສັນຈອນໃນທົ່ວ ນະຄອນຫຼວງວຽງຈັນ ທັງໝົດ 127 ຈຸດ; ໃນນີ້, ຢູ່ໜ້າໂຮງຮຽນມີ 45 ແຫ່ງ, ປ້ອມຍາມ 69 ແຫ່ງ, ວົງວຽນ ແລະ ຈຸດອື່ນໆ 13 ຈຸດ, ນັບຕັ້ງແຕ່ເວລາ 6:00 ມາຮອດ ປັດຈຸບັນມີອຸບັດຕິ ເຫດເກີດຂຶ້ນ 3 ຄັ້ງ; ພາຫະນະເປ່ເພເລັກໜ້ອຍ 6 ຄັນ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ.
 
ດັ່ງນັ້ນ; ຈຶ່ງຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນຈົ່ງມີສະຕິໃນການຂັບຂີ່, ຮອບຄອບ, ໃຈ ເຢັນ,ບໍ່ຂັບຂີ່ໄວເກີນກວ່າທີ່ກົດໝາຍກຳນົດ, ກ່ອນຈະລ້ຽວຊ້າຍ ຫຼື ຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ, ບໍ່ຄວນແຊງກັນໃນຂອບເຂດທາງທີ່ແຄບ ແລະ ການສັນຈອນແອອັດ, ບໍ່ໃຫ້ຈອດລົດຊະຊາຍກີດຂວາງການສັນຈອນ ຢ່າງເດັດຂາດ, ຫ້າມບໍ່ໃຫ້ເດັກທີ່ອາຍຸບໍ່ຮອດກະສຽນຂັບຂີ່ລົດມາໂຮງຮຽນເອງ (ລົດໃຫຍ່ 18ປີ, ລົດຈັກ 15 ປີ) ສຳລັບຜູ້ທີ່ຂັບຂີ່ລົດຈັກກໍໃຫ້ໃສ່ໝວກກັນກະທົບຢູ່ຕະຫຼອດ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ແລະ ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ.
ພາບ-ຂ່າວ:ສິດທິພັນ