ງານວາງສະແດງຜະລິດຕະພັນລາວ 2026 ຈະຈັດຂຶ້ນໃນຕົ້ນເດືອນຕຸລາ ມີ 160 ບໍລິສັດທົ່ວປະເທດເຂົ້າຮ່ວມ

ໃນບ່າຍວັນທີ 01 ກັນຍາ 2026, ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ໄດ້ຈັດພິທີແຖງຂ່າວການຈັດງານວາງສະແດງຜະລິດຕະພັນລາວ ປະຈຳປີ 2026 (Made in Laos 2026), ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ; ທ່ານ ວິທູນ ສິດທິມໍລະດາ, ຫົວໜ້າກົມສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ພູທອງ ພິມວິໄຊ, ຮອງປະທານ ສຄອຊ ແຂວງຫົວພັນ; ທ່ານ ນາງ ຈັນທະດອນ ເມກສະຫວັນ, ຮອງຜູ້ອຳນວຍການໃຫຍ່ ຜູ້ຊີ້ນຳວຽກງານຝ່າຍບັນຊີ-ການເງິນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ພ້ອມດ້ວຍຜູ້ຕາງໜ້າຈາກ ບໍລິສັດ ເບຍລາວ ຈຳກັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ໃຫ້ຮູ້ວ່າ: ສຄອຊ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ແລະ ແຂວງທົ່ວປະເທດ ຈະຈັດງານວາງສະແດງຜະລິດຕະພັນລາວ 2026 ຂຶ້ນໃນລະຫວ່າງວັນທີ 03-11 ຕຸລາ 2026 (ລວມ 09 ວັນ) ຢູ່ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ. ງານວາງສະແດງຜະລິດຕະພັນລາວ ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2011 ເປັນຕົ້ນມາ. ສຳລັບປີ 2026 ນີ້, ສຄອຊ ແຂວງຫົວພັນ ໄດ້ຮັບກຽດເປັນເຈົ້າພາບຮ່ວມ ເຊິ່ງຈະມີການອອກແບບ ແລະ ຕົກແຕ່ງ Booth Pavilion ເປັນພິເສດ ເພື່ອສະແດງໃຫ້ເຫັນເຖິງວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ອາຫານການກິນ ແລະ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງຫົວພັນ.
ການຈັດງານຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກຄູ່ຮ່ວມຍຸດທະສາດ 2 ບໍລິສັດ ຄື: ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ ຈຳກັດ. ຈຸດປະສົງຫຼັກແມ່ນເພື່ອສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ, ຊຸກຍູ້ການຜະລິດພາຍໃນໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ຄອບຄົວ, ຍົກລະດັບວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າສູ່ອຸດສາຫະກຳການຜະລິດທີ່ມີຄຸນນະພາບ ແລະ ມາດຕະຖານ ເພື່ອແຂ່ງຂັນໃນຕະຫຼາດພາຍໃນ ແລະ ສົ່ງອອກ. ພ້ອມກັນນັ້ນ, ຍັງເປັນເວທີແລກປ່ຽນຄວາມຮູ້, ເຕັກນິກວິຊາການ, ເປີດໂອກາດໃຫ້ທຸລະກິດໃໝ່ໄດ້ເປີດຕົວສິນຄ້າ-ບໍລິການ ແລະ ໂຄສະນາການທ່ອງທ່ຽວ-ການລົງທຶນຂອງບັນດາແຂວງ.
ງານວາງສະແດງຄັ້ງນີ້ຈະມີ 204 ຫ້ອງສະແດງສິນຄ້າ ຈາກ 17 ແຂວງ ແລະ 160 ຫົວໜ່ວຍບໍລິສັດ ເຂົ້າຮ່ວມ, ເຊິ່ງແບ່ງອອກເປັນ 8 ຂະແໜງ ດັ່ງນີ້: ຂະແໜງ ຜະລິດຕະພັນສິນຄ້າທີ່ໄດ້ຕິດກາໝາຍ Made in Laos; ຂະແໜງ ຜະລິດຕະພັນ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP); ຂະແໜງ ຜະລິດຕະພັນ ຫັດຖະກຳແຜ່ນແພ, ຜ້າຝ້າຍ, ຜ້າໄໝ, ຫັດຖະກຳເຄື່ອງເງິນຂະແໜງຜະລິດຕະພັນ ເຟີນີເຈີ ແລະ ເຄື່ອງຕົກແຕ່ງພາຍໃນເຮືອນ; ຂະແໜງ ຜະລິດຕະພັນ ແລະ ປຸງແຕ່ງກະສິກຳ; ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ; ຂະແໜງ ຜະລິດຕະພັນ ອຸດສາຫະກຳ ໜັກ-ເບົາ; ຂະແໜງ ຜະລິດຕະພັນ ທ່ອງທ່ຽວ, ບໍລິການ ແລະ ຂົນສົ່ງ. ນອກຈາກການວາງສະແດງສິນຄ້າແລ້ວ, ພາຍໃນງານຍັງມີກິດຈະກຳສາມະນາໃຫ້ຄວາມຮູ້, ການພົບປະທຸລະກິດ, ການແຈກຂອງລາງວັນ ແລະ ການສະແດງບັນເທິງຕະຫຼອດໄລຍະການຈັດງານ.
ພິເສດ, ໃນພິທີແຖງຂ່າວດັ່ງກ່າວ ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການເປັນຄູ່ຮ່ວມຍຸດທະສາດໃນການຈັດງານ Made in Laos ລະຫວ່າງ ສຄອຊ (ລົງນາມໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ) ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ (ລົງນາມໂດຍ ທ່ານ ນາງ ຈັນທະດອມ ເມກສະຫວັນ), ເຊິ່ງທາງບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຕົກລົງຕອບສະໜອງການສະໜັບສະໜູນຢ່າງຕໍ່ເນື່ອງເປັນໄລຍະເວລາ 3 ປີ (2027-2029) ລວມມູນຄ່າໃນການສະໜັບສະໜູນງານຜະລິດຕະພັນລາວ 900 ລ້ານກີບ.
ຂ່າວ: ສາວລາວໃຕ້