ຊຽງຂວາງ ຍົກລະດັບການທ່ອງທ່ຽວສູ່ລະບົບດີຈີຕອນ ແລະປີ້ເຂົ້າຊົມທັນສະໄໝ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງຊຽງຂວາງ ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການພັດທະນາລະບົບຖານຂໍ້້ມູນ,ຊອບແວ ແລະ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ທັນສະໄໝ ຂຶ້ນໃນທ້າຍເດືອນສິງຫາ 2026 ຜ່ານມານີ້ ທີ່ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ສີວອນ ອ່ອນລາວົງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງຊຽງຂວາງ ແລະ ທ່ານ ບຸດສະດີ ຄັນທະວົງ ຫົວໜ້າຄະນະ ຮອງຫົວໜ້າກົມພັດທະນາ ເປັນກຽດເຂົ້າຮ່ວມມີ ຮອງປະທານປົກຄອງເມືອງ,ຫົວໜ້າຫ້ອງການ ວທ ເມືອງ 5 ເມືອງ,ພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ມີບໍລິສັດນຳທ່ຽວ ແລະ ລີສອດພ້ອມດ້ວຍພະນັກງານລັດຖະກອນຂອງພະແນກ ວທ ເຂົ້າຮ່ວມ.
ທ່ານ ບຸດສະດີ ຄັນທະວົງ ຫົວໜ້າຄະນະ,ຮອງຫົວໜ້າກົມພັດທະນາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ໃນໂອກາດນີ້ທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະຄວາມສຳຄັນຂອງກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການພັດທະນາລະບົບຖານຂໍ້ມູນ,ຊອບແວ ແລະ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວແມ່ນການປະຕິບັດແຜນການຫັນເປັນທັນສະໄໝຂອງລັດຖະບານກ່ຽວກັບການເກັບລາຍຮັບ,ຄ່າທຳນຽມ,ຄ່າບໍລິການ ແລະກອງທຶນເພື່ອລວມສູນເຂົ້າງົບປະມານແຫ່ງລັດ.
 
ໃນກອງປະຊຸມ ທ່ານ ສໍສີສຸລິນ ບຸນຍະທຳ ຫົວໜ້າຂະແໜ່ງທ່ອງທ່ຽວ ພະແນກ ວທ ແຂວງກໍ່ໄດ້ລາຍງານສະພາບລວມ ແລະຈຸດພິເສດຂອງການບໍລິການການທ່ອງທ່ຽວຢູ່ແຂວງຊຽງຂວາງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບຈາກນັ້ນ ທ່ານ ສີຜາຈັນທະວົງ ຮອງຫົວໜ້າຫ້ອງການກະຊວງ ວທ ກໍ່ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາທີ່ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງໂຄງການ, ຜົນສຳເລັດ ແລະທິດທາງໃນຕໍ່ໜ້າ.
 
ໃນໂອກດຽວກັນນີ້ຄະນະວິຊາການກໍ່ໄດ້ຂຶ້ນລາຍງານບັນຍາຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບກ່ຽວກັບການປະຕິບັດໂຄງການ ແລະການມີສ່ວນຮ່ວມຂອງພາກສ່ວນຕ່າງໆ,ການນຳສະເໜີລະບົບທັນສະໄໝ, ການສາທິດທົດລອງເກັບປີ້ຜ່ານລະບົບທັນສະໄໝ, ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມກໍ່ໄດ້ກໍ່ໄດ້ມີການສົນທະນາສອບຖາມບັນຫາທີ່ຍັງສົນໃຈ ເພື່ອເປັນພື້ນຖານໃຫ້ແກ່ການນຳໃຊ້ລະບົບຕົວຈິງໃຫ້ມີປະສິດທິຜົນສູງສຸດ.