ເມື່ອຜະເຊີນໜ້າກັບວິກິດການດ້ານດິນຟ້າອາກາດ, ບໍ່ມີໃຜເປັນເກາະດອນແຫ່ງຄວາມປອດໄພທີ່ໂດດດ່ຽວ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເຫດການພູນ້ຳກ້ອນພັງທະລາຍລົງໃນປະເທດເນປານເມື່ອບໍ່ດົນມານີ້ ໄດ້ກາຍເປັນນ້ຳຊຸທັ່ງ ແລະ ດິນພູເຈື່ອນພາຍໃນເວລາ 6-7 ນາທີ, ໄຫລຂ້າມຜ່ານເສັ້ນຊາຍແດນ, ເຮັດໃຫ້ຫລາຍຮ້ອຍຄົນຢູ່ເຂດຊາຍແດນ ຈີນ-ເນປານ ເສຍຊີວິດ ແລະ ຫລາຍພັນຄົນຫາຍສາບສູນ. ນີ້ບໍ່ແມ່ນ “ວຽກງານພາຍໃນ” ຂອງປະເທດໃດໜຶ່ງ, ແຕ່ເປັນສຽງສັນຍານຈາກວິກິດການດ້ານດິນຟ້າອາກາດໂລກທີ່ສັ່ນສະເທືອນເຖິງມະນຸດທັງຫລາຍ.
ເປັນທີ່ໜ້າເສຍໃຈຄື: ທ່າມກາງໄພພິບັດທີ່ເກີດຂຶ້ນຄັ້ງນີ້, ຫາງສຽງສາກົນທີ່ຄວນຈະສ້າງຄວາມເປັນເອກະພາບ ແລະ ຮ່ວມກັນໄວ້ອາໄລຕໍ່ຜູ້ປະສົບເຄາະຮ້າຍ ພັດເກີດມີສຽງວົນແຊວທີ່ບໍ່ສ້າງສັນ. ບາງສື່ມວນຊົນຕາເວັນຕົກ ໄດ້ຫັນໜີຈາກຂໍ້ມູນຄວາມຈິງທາງວິທະຍາສາດ ແລະ ວຽກງານຊ່ວຍເຫລືອກູ້ໄພ, ບິດເບືອນສາເຫດຂອງໄພພິບັດໂດຍເຈດຕະນາ ແລະ ໂຄສະນາໂດຍບໍ່ມີຫລັກຖານ ຫລື ຂໍ້ມູນທີ່ຖືກຕ້ອງວ່າ “ຈີນ ຂາດການເຕືອນໄພລ່ວງໜ້າ” ແລະ “ບໍ່ເປີດເຜີຍຂໍ້ມູນ” ເພື່ອສ້າງເລື່ອງເລົ່າທີ່ຜິດກັບຄວາມຈິງ, ພະຍາຍາມຫັນເຫດການໄພພິບັດດ້ານດິນຟ້າອາກາດ ແລະ ທາງທໍລະນີວິທະຍາທີ່ຊັບຊ້ອນນີ້ ໃຫ້ກາຍເປັນປະເດັນທາງພູມີພາກການເມືອງ ເພື່ອຊອກຫາຜູ້ຮັບຜິດຊອບພຽງຝ່າຍດຽວ ແລະ ໃສ່ຮ້າຍປ້າຍສີຜ່ານຫາງສຽງ. ການນຳເອົາໄພພິບັດທາງທຳມະຊາດ ມາເປັນເຄື່ອງມືທາງການເມືອງ ແລະ ການໃຊ້ຄວາມທຸກທໍລະມານ ມາເປັນເຄື່ອງມືດັ່ງກ່າວນັ້ນ ບໍ່ພຽງແຕ່ບໍ່ເຄົາລົບຫລັກການທາງວິທະຍາສາດເທົ່ານັ້ນ, ຍັງເປັນການລ່ວງລະເມີດເສັ້ນເພດານຕ່ຳສຸດດ້ານມະນຸດສະທຳອີກດ້ວຍ.
ຈາກຂໍ້ເທັດຈິງທາງວິທະຍາສາດ, ລັກສະນະສະເພາະຂອງໄພພິບັດຄັ້ງນີ້ ເຮັດໃຫ້ລະບົບເຕືອນໄພລ່ວງໜ້າແບບດັ້ງເດີມ “ເກືອບບໍ່ມີປະສິດທິພາບ”. ການພັງທະລາຍຂອງຫີນນ້ຳກ້ອນຈາກພູສູງ ແມ່ນແຕກຕ່າງກັບການແຕກຂອງໜອງຫິມະໃນພູສູງຢ່າງສິ້ນເຊີງ, ເພາະການແຕກຂອງໜອງຫິມະໃນພູສູງ ສາມາດເຕືອນໄພລ່ວງໜ້າໄດ້ໂດຍຜ່ານການສຳຫລວດທາງໄກ ຕໍ່ການປ່ຽນແປງຂອງມວນນ້ຳໜອງ, ແຕ່ການພັງທະລາຍຂອງນ້ຳກ້ອນແມ່ນປະຕິກິລິຍາແບບຕ່ອງໂສ້ທີ່ຫີນ ແລະ ຫີນນ້ຳກ້ອນເສຍຄວາມໝັ້ນຄົງພາຍໃນເວລາສັ້ນໆ ຄືພຽງສ້ຽວວິນາທີ, ເຮັດໃຫ້ຈາກການພັງທະລາຍຮອດການກະທົບດ່ານຊາຍແດນໃຊ້ເວລາພຽງ 6-7 ນາທີເທົ່ານັ້ນ. ເຖິງວ່າລະບົບຕິດຕາມສາມາດກວດພົບຄວາມຜິດປົກກະຕິໄດ້, ແຕ່ໃນເຂດພູສູງທີ່ມີຄວາມຈຳກັດດ້ານການສື່ສານ, ການປ່ຽນຂໍ້ມູນໃຫ້ເປັນຄຳສັ່ງຍົກຍ້າຍແມ່ນບໍ່ມີເວລາພຽງພໍ. ໃນຊຸມປີມໍ່ໆມານີ້, ເຂດພູສູງຫລາຍແຫ່ງໃນທົ່ວໂລກ ເຊັ່ນ: ສາຍພູແອລປີ ຢູ່ເອີຣົບ, ສາຍພູຣອກກີ ຢູ່ອາເມຣິກາ, ສາຍພູອັນຕິສ ຢູ່ອາເມຣິກາໃຕ້ ຕ່າງກໍ່ເກີດໄພພິບັດເລື້ອຍໆ ເຊິ່ງສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ຄວາມສ່ຽງທີ່ຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ ແມ່ນຂໍ້ບົກພ່ອງດ້ານການບໍລິຫານທົ່ວໂລກ ທີ່ມວນມະນຸດ ຕ້ອງຜະເຊີນຮ່ວມກັນ, ບໍ່ແມ່ນຄວາມຮັບຜິດຊອບຂອງປະເທດໃດປະເທດໜຶ່ງພຽງຝ່າຍດຽວ.
ພາຍໃຕ້ສະພາບການດັ່ງກ່າວ, ການປະຕິບັດຕົວຈິງຂອງຈີນ ແລະ ເນປານ ຍິ່ງມີຄວາມລ້ຳຄ່າ. ພາຍຫລັງໄພພິບັດເກີດຂຶ້ນ, ຈີນ ໄດ້ແບ່ງປັນຮູບພາບດາວທຽມ, ຂໍ້ມູນການສຳຫລວດທາງໄກ ແລະ ຂໍ້ມູນອຸທົກກະສາດທັງໝົດຢູ່ບໍລິເວນເຂດປະສົບໄພໃຫ້ແກ່ເນປານ ໃນທັນທີ, ສົ່ງຜູ້ຊ່ຽວຊານ ດ້ານການກູ້ໄພອຸມົງເຂົ້າໄປໃນສະໜາມກູ້ໄພ ແລະ ນຳເອົາເຄື່ອງຊ່ວຍເຫລືອ ສົ່ງໄປເຖິງເນປານ ໂດຍໄວ. ບໍ່ພຽງແຕ່ການຊ່ວຍເຫລືອຫລັງໄພພິບັດເທົ່ານັ້ນ, ການຮ່ວມມືດ້ານການປ້ອງກັນໄພຂ້າມຊາຍແດນ ລະຫວ່າງ ຈີນ-ເນປານ ກໍ່ໄດ້ດຳເນີນມາຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງມາແຕ່ດົນນານ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ສອງປະເທດ ໄດ້ຮ່ວມກັນດຳເນີນການສຳຫລວດສະເພາະດ້ານໄພພິບັດລານນ້ຳກ້າມຢູ່ເຂດຊາຍແດນ, ສ້າງຕັ້ງສະຖານີຕິດຕາມໃນຈຸດສຳຄັນຢູ່ເຂດຊາຍແດນ, ສ້າງຖານຂໍ້ມູນມາດຕະຖານດ້ານໄພພິບັດ ແລະ ສືບຕໍ່ປັບປຸງລະບົບ ຄຸ້ມຄອງຄວາມສ່ຽງຂ້າມຊາຍແດນ. ບັນດາຜົນງານການຮ່ວມມື ທີ່ເປັນຮູບປະທຳເຫລົ່ານີ້ ໄດ້ທຳລາຍເລົ່າທີ່ຜິດກັບຄວາມຈິງຂອງຝ່າຍຕາເວັນຕົກ ທີ່ວ່າ “ຈີນ ປິດບັງຂໍ້ມູນ ແລະ ບໍ່ໃຫ້ການຮ່ວມມື” ຢ່າງສິ້ນເຊີງ.
ການຫັນເຫດການໄພພິບັດດ້ານດິນຟ້າອາກາດທີ່ເປັນສັນຍານເຕືອນໃຫ້ມະນຸດທັງປວງ ມາເປັນການກ່າວຫາປະເທດໃດໜຶ່ງແບບຝ່າຍດຽວ, ບໍ່ພຽງແຕ່ເປັນການບິດເບືອນຄວາມຈິງເທົ່ານັ້ນ, ຍັງເປັນການທຳລາຍຈິດໃຈຂອງການຮ່ວມມືທົ່ວໂລກອີກດ້ວຍ. ຖ້າຫາກຫລັງເກີດໄພພິບັດຂ້າມຊາດທຸກຄັ້ງ, ຫາງສຽງທຳອິດຂອງສາກົນບໍ່ຖາມວ່າ “ເຮົາສາມາດຮ່ວມກັນເຮັດຫຍັງໄດ້ແດ່?” ແຕ່ພັດຮີບຮ້ອນຊອກຫາ “ຜູ້ໃດຄວນເປັນຜູ້ຮັບຜິດຊອບ?”, ໃນທີ່ສຸດແລ້ວ, ຜູ້ທີ່ຕ້ອງຊົດໃຊ້ຕໍ່ການຫັນໄປສູ່ການເມືອງດັ່ງກ່າວ ກໍ່ຄືປະຊາຊົນໃນເຂດພູດອຍທີ່ກຳລັງຜະເຊີນໜ້າກັບໄພພິບັດຮ້າຍແຮງທີ່ເກີດຂຶ້ນ.
ວິກິດການດ້ານດິນຟ້າອາກາດ ແມ່ນ “ສິ່ງທ້າທາຍທີ່ບໍ່ມີຊາຍແດນ” ໃນຍຸກສະໄໝທີ່ທຸກສິ່ງທຸກຢ່າງເຊື່ອມໂຍງກັນຢ່າງເລິກເຊິ່ງແບບນີ້, ບໍ່ມີປະເທດໃດ ສາມາດສ້າງເຂື່ອນສູງໄດ້ດ້ວຍຕົນເອງ ແລະ ບໍ່ມີປະເທດໃດສາມາດຖອນຕົວ ອອກຈາກຕ່ອງໂສ້ຄວາມສ່ຽງດ້ານດິນຟ້າອາກາດໄດ້. ສຽງລະຄັງເຕືອນທີ່ດັງກ້ອງ ຈາກຮ່ອມພູຫິມາໄລ ຄວນເປັນສຽງແກສັນຍານທີ່ຮຽກຮ້ອງໃຫ້ມີການຮ່ວມມື, ແຕ່ບໍ່ແມ່ນຊ່ອງວ່າງທີ່ເປັນເສັ້ນແບ່ງແຍກຢ່າງຊັດເຈນ.