CMG ຈັດກິດຈະກຳອອກອາກາດລາຍການດີເດັ່ນຢູ່ກຽກກິດສະຖານ

ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ຫຼື SCO ປີ 2026 ແລະຈະຢ້ຽມຢາມກຽກກິດສະຖານທາງລັດຖະກິດໃນໄວໆນີ້, ກິດຈະກຳອອກອາກາດລາຍການດີເດັ່ນຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ຢູ່ກຽກກິດສະຖານໄດ້ຈັດຂຶ້ນຢູ່ນະຄອນຫຼວງບິສເຄັກ. ລາຍການດີເດັ່ນຂອງ CMG ເກືອບ 10 ເລື່ອງລວມທັງ “ຈົດໝາຍຈາກທ່ານປະທານສີຈິ້ນຜິງ” “ບັນທຶກເລື່ອງລາວກ່ຽວກັບທັກສະແລະຄວາມສະຫຼາດຂອງຈີນ” “ຮ້ານອາຫານໝາກພິລາແດງ” ແລະອື່ນໆຈະອອກອາກາດຜ່ານສື່ຫຼັກຂອງກຽກກິດສະຖານ ກໍຄື: ບໍລິສັດວິທະຍຸໂທລະພາບແຫ່ງຊາດກຽດກິດສະຖານແລະອື່ນໆ.
“ຈົດໝາຍຈາກທ່ານປະທານສີຈິ້ນຜິງ” ໄດ້ຄັດເລືອກຈົດໝາຍຕອບຂອງທ່ານປະທານສີຈິ້ນຜິງທີ່ສົ່ງໄປຍັງຜູ້ຊ່ຽວຊານຈີນສຶກສາ, ນັກສິນລະປິນແລະຊາວໜຸ່ມເຍົາວະຊົນຕ່າງປະເທດ, ໂດຍຖ່າຍທອດເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບທ່ານປະທານສີຈິ້ນຜິງຊຸກຍູ້ໄມຕີຈິດລະຫວ່າງປະຊາຊົນແລະຊຸກຍູ້ການປະສານຈິດໃຈຂອງປະຊາຊົນ. ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວິດີໂອ. ຂ່າວແຈ້ງວ່າ: ກິດຈະກຳອອກອາກາດລາຍການດີເດັ່ນຢູ່ກຽກກິດສະຖານຈະດຳເນີນໄປຈົນຮອດທ້າຍເດືອນຕຸລາປີນີ້. ຊ່ອງຂ່າວຂອງບໍລິສັດວິທະຍຸໂທລະພາບແຫ່ງຊາດກຽກກິດສະຖານ, ໜັງສືພິມ “ຣັດເຊຍ” ແລະສື່ຫຼັກອື່ນໆຫຼາຍແຫ່ງໄດ້ລາຍງານຂ່າວກ່ຽວກັບກິດຈະກຳດັ່ງກ່າວ.
ທີ່ມາ: CMG