ໜຸ່ມຊຽງຂວາງ ຫັນມາລ້ຽງງົວ-ຄວາຍທອມຂາຍ ເປັນສິນຄ້າ ສ້າງລາຍຮັບ 100-150 ລ້ານກີບ/ປີ

ຈາກຊີວິດທີ່ຝືດເຄືອງ ແລະ ເຮັດນາພໍແຕ່ກຸ້ມກິນ, ປັດຈຸບັນ ທ່ານ ສອນຈັນ ພົມເກດແກ້ວ ປະຊາຊົນບ້ານອ່າງ, ເມືອງພູກູດ, ແຂວງຊຽງຂວາງ ໄດ້ກາຍເປັນຄອບຄົວຕົວແບບ ທີ່ປະສົບຜົນສຳເລັດ ໃນການຫັນມາລ້ຽງງົວ-ຄວາຍແບບທອມຂາຍເປັນສິນຄ້າ ໂດຍການນຳໃຊ້ເຕັກນິກວິຊາການ ປະສົມປະສານກັບການຊື້-ຂາຍອອນລາຍ ຈົນສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 100-150 ລ້ານກີບຕໍ່ປີ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເລືອຍໆ.

ທ່ານ ສອນຈັນ ພົມເກດແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ສິງຫາ 2026 ວ່າ: ຄອບຄົວມີສະມາຊິກທັງໝົດ 9 ຄົນ, ແຮງງານຕົ້ນຕໍ 4 ຄົນ. ໃນເມື່ອກ່ອນ ມີພື້ນທີ່ເຮັດນາມຽງ 1.5 ເຮັກຕາ, ການຜະລິດແມ່ນພໍແຕ່ກຸ້ມກິນ ແລະ ຊີວິດການເປັນຢູ່ຝືດເຄືອງ. ໃນໄລຍະທໍາອິດທີ່ຫັນມາລ້ຽງສັດ ແມ່ນລ້ຽງແບບປະຖົມປະຖານ ປ່ອຍຕາມທໍາມະຊາດ ແລະ ບໍ່ມີການສັກຢາປ້ອງກັນ ເຮັດໃຫ້ສັດລ້ຽງຕາຍທຸກໆປີ.
ແຕ່ຍ້ອນໄດ້ຮັບການຊຸກຍູ້, ເຊື່ອມຊຶມແນວທາງຂອງພັກ-ນະໂຍບາຍຂອງລັດ ພ້ອມທັງການລົງຕິດຕາມ ແລະ ແນະນໍາເຕັກນິກ ຈາກວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູກູດ, ເລີ່ມແຕ່ປີ 2009-2010 ເປັນຕົ້ນມາ ຄອບຄົວຈຶ່ງໄດ້ຕັດສິນໃຈລົງທຶນລ້ອມຮົ້ວດິນ ປະມານ 100 ເຮັກຕາ ເພື່ອເຮັດຟາມລ້ຽງສັດ, ປູກຫຍ້າ ແລະ ສັກຢາປ້ອງກັນພະຍາດປີລະ 2 ຄັ້ງ. ຕໍ່ມາໃນປີ 2014 ໄດ້ລົງທຶນ 19 ລ້ານກີບ ປູກຫຍ້າ, ເຮັດຮົ້ວ ແລະ ຊື້ຢາປົວພະຍາດ, ສາມາດຂາຍງົວ-ຄວາຍ ໄດ້ລາຍຮັບ 55 ລ້ານກີບ (ກໍາໄລ 36 ລ້ານກີບ).
ໃນໄລຍະປີ 2015-2024 ໄດ້ຂະຫຍາຍກິດຈະການ ໂດຍນໍາໃຊ້ທຶນໝູນວຽນຊື້ສັດມາທອມ 2-3 ເດືອນແລ້ວຂາຍ, ປີໜຶ່ງທອມໄດ້ 3 ຊຸດ (ຊຸດລະປະມານ 8 ໂຕ). ປັດຈຸບັນ ໄດ້ຫັນຈາກການລ້ຽງເປັນຝຸງ ມາເປັນການຊື້ສັດຜ່ານທາງອອນລາຍມາທອມ ເພື່ອສົ່ງຂາຍໃນຕະຫຼາດສັດແຂວງຊຽງຂວາງ; ມີພື້ນທີ່ປູກຫຍ້າ 3.5 ເຮັກຕາ, ເຮັດຫຍ້າໝັກ 6 ອ່າງ ແລະ ເກັບຊື້ມຸນສາລີໄວ້ໃຫ້ສັດກິນໃນລະດູແລ້ງ. ຈາກການຈັດຕັ້ງປະຕິບັດດັ່ງກ່າວ ເຮັດໃຫ້ສາມາດສ້າງລາຍຮັບໄດ້ 10-20 ລ້ານກີບຕໍ່ເດືອນ ຫຼື 100-150 ລ້ານກີບຕໍ່ປີ.

ຈາກຜົນສໍາເລັດດັ່ງກ່າວ ເຮັດໃຫ້ຄອບຄົວມີເງິນທຶນໝູນວຽນໃນການຊື້-ຂາຍສັດເຖິງ 300 ກວ່າລ້ານກີບ, ສາມາດປຸກເຮືອນຖາວອນ 1 ຫຼັງ, ຊື້ລົດໃຫຍ່ (GAC) 1 ຄັນ, ລົດຈັກ, ໂຮງສີເຂົ້າ, ຈັກຕັດຫຍ້າ, ອຸປະກອນໄຟຟ້າຄົບຊຸດ, ສົ່ງເສີມລູກໃຫ້ໄດ້ຮຽນ ແລະ ມີເງິນເກັບໄວ້ໃຊ້ໃນຍາມຈຳເປັນ.

ທ່ານ ສອນຈັນ ໃຫ້ຮູ້ຕື່ມວ່າ: ຜົນສໍາເລັດນີ້ ແມ່ນຍ້ອນການນໍາພາ-ຊີ້ນຳ ຂອງການນໍາເມືອງພູກູດ ແລະ ທີມງານວິຊາການ. ໃນອະນາຄົດ ຈະສືບຕໍ່ໝູນໃຊ້ເຕັກນິກວິຊາການປະສົມປະສານກັບພື້ນເມືອງ ເພື່ອຍົກສູງປະລິມານ ແລະ ຄຸນນະພາບຜົນຜະລິດ, ພ້ອມທີ່ຈະເປັນແບບຢ່າງ ແລະ ປຸກລະດົມຊຸມຊົນພາຍໃນເມືອງ ໃຫ້ຫັນມາລ້ຽງສັດໃຫຍ່ຕາມເຕັກນິກວິຊາການ ເພື່ອກາຍເປັນສິນຄ້າທີ່ຍືນຍົງ.

ແຫ່ງຂໍ້ມູນຈາກ: ແຂວງຊຽງຂວາງ