ປກສ ນະຄອນໄກສອນພົມວິຫານ ກັກຕົວ 4 ຜູ້ຕ້ອງຫາ ພ້ອມຢາບ້າ 37,000 ເມັດ ແລະ ປືນ 1 ກະບອກ

 
ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ນະຄອນໄກສອນພົມວິຫານ ລາຍງານໃຫ້ຮູ້ວ່າ: ໃນເວລາ 10:00 ນາທີ ຂອງວັນທີ 21 ສິງຫາ 2026, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເຂົ້າກັກຕົວ ເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ຄື ທ້າວ ພຸດທະຮັກສາ ຫຼື ຕຸບີ ອາຍຸ 45 ປີ, ອາຊີບກຳມະກອນ, ຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຢູ່ເຮືອນຂອງຜູ້ກ່ຽວ.
ຜ່ານການສອບສວນ, ທ້າວ ພຸດທະຮັກສາ ໄດ້ໃຫ້ການຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ມາຈາກ ທ້າວ ວັນນະສິດ ຫຼື ຕູ່ ອາຍຸ 35 ປີ (ກຳມະກອນ), ນາງ ຕຸ່ນ ອາຍຸ 46 ປີ (ແມ່ເຮືອນ) ເຊິ່ງເປັນສອງຜົວເມຍ ແລະ ທ້າວ ໄຊອານັນ ຫຼື ນັນ ອາຍຸ 35 ປີ (ກຳມະກອນ) ເຊິ່ງເປັນອ້າຍແຝດຂອງ ທ້າວ ວັນນະສິດ, ທັງ 3 ຄົນ ຢູ່ບ້ານໂນນສະຫວາດ. ຕໍ່ມາໃນເວລາ 11:00 ນາທີ ຂອງວັນດຽວກັນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເຂົ້າກັກຕົວ ທ້າວ ວັນນະສິດ, ນາງ ຕຸ່ນ ແລະ ທ້າວ ໄຊອານັນ ຢູ່ເຮືອນບ້ານໂນນສະຫວາດ.
ຈາກນັ້ນ, ເຈົ້າໜ້າທີ່ໄດ້ນຳຕົວ ທ້າວ ວັນນະສິດ ແລະ ນາງ ຕຸ່ນ ໄປກວດຄົ້ນຫ້ອງເຊົ່າຢູ່ເຂດບ້ານໂນນສະຫວາດ ພົບຂອງກາງຢາບ້າ 6 ຖົງ ເທົ່າກັບ 1,189 ເມັດ, ອາວຸດປືນສັ້ນ ຍີ່ຫໍ້ SUR ລຸ້ນ M 09 ສີດຳ 1 ກະບອກ ພ້ອມລູກກະສຸນ 4 ລູກ. ຈາກນັ້ນ ໄດ້ຂະຫຍາຍຜົນໄປກວດຄົ້ນຫ້ອງເຊົ່າອາພາດເມັ້ນອີກແຫ່ງໜຶ່ງ (ຫ້ອງເບີ 26) ຢູ່ເຂດບ້ານລາດຊະວົງໄຊ ພົບຢາບ້າຕື່ມອີກ 18 ມັດ ເທົ່າກັບ 36,000 ເມັດ. ລວມຂອງກາງຢາບ້າທັງໝົດ 37,189 ເມັດ ພ້ອມໂທລະສັບ 3 ເຄື່ອງ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການ ເພື່ອນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.