ຈາກພູມປັນຍາສູ່ອາຊີບ! 46 ຄອບຄົວ ບ້ານທ່າເມະ ໄດ້ຍົກລະດັບການຕໍ່າຫູກ ເພື່ອສ້າງລາຍໄດ້

ການຕໍ່າຫູກທໍໄໝແມ່ນພູມເປັນຍາ ແລະ ສີໄມ້ລາຍມືອັນປານີດຂອງເອື້ອຍນ້ອງແມ່ຍິງລາວທີ່ໄດ້ສືບທອດກັນມາແຕ່ສະໄໝກ່ອນໆ, ເຊິ່ງເມື່ອກ່ອນພຽງແຕ່ຕໍ່າຮັບໃຊ້ພາຍໃນຄອບຄົວຂອງໃຜລາວ, ແຕ່ມາຮອດປະຈຸບັນການຕ່ຳຫູກທໍໄໝແມ່ນໄດ້ກາຍເປັນອາຊີບຫຼັກໃຫ້ແກ່ບັນດາເອື້ອຍນ້ອງແມ່ຍິງລາວຢ່າງກວ້າງຂວາງ, ເຊິ່ງແມ່ນມີບາງຄອບຄົວໄດ້ກາຍເປັນຄອບຄົວຕົວແບບ ແລະ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຈາກອາຊີບນີ້.
ດັ່ງນັ້ນໃນລະຫວ່າງວັນທີ 19-25 ສິງຫາ 2026 ທີ່ຜ່ານມານີ້, ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ສຳເລັດການຝຶກອົບຮົມການຕໍ່າຫູກໃຫ້ສະຫະພັນແມ່ຍິງບ້ານທ່າເມະ ຈຳນວນ 46 ຄອບຄົວ ພາຍໃຕ້ການສົ່ງເສີມຂອງໂຄງການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການປັບຕົວບົນພື້ນຖານລະບົບນິເວດ ໃນອ່າງເກັບນໍ້າເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ ຫຼື ( IWRM-EbA) ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມມີຂະແໜງພັດທະນາຊົນນະບົດ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ເມືອງ, ຫົວໜ້າໜ່ວຍງານປູກຝັງ ຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງການອຸດສາຫະກຳ ແລະການຄ້າ, ຄະນະໂຄສະນາອົບຮົມເມືອງ, ສະຫະພັນແມ່ຍິງເມືອງ ພ້ອມດ້ວຍຄູຝຶກ, ອຳນາດການປົກຄອງບ້ານ ແລະ ສະຫະພັນແມ່ຍິງບ້ານທ່າເມະເຂົ້າຮ່ວມ.
ການຝຶກອົບຮົມໄດ້ດຳເນີນເປັນເວລາ7ວັນຈຶ່ງສຳເລັດ ແລະ ໄດ້ສ້າງຕັ້ງກຸ່ມ 1 ກຸ່ມ, ຜ່ານການຮຽນ, ການສອນໃນການຕຳ່ຫູກ, ຕ່ຳສິ້ນແມ່ນເຫັນໄດ້ວ່າປະຊາຊົນມີຄວາມເຂົ້າໃຈໄວ ແລະ ເປັນໄວເພາະວ່າປະຊາຊົນເຂດດັ່ງກ່າວແມ່ນມີຄວາມຮູ້ພື້ນຖານດ້ານການຄິດລວດລາຍມາກ່ອນແລ້ວຈຶ່ງເຮັດໃຫ້ການຝຶກອົບຮົມໃນຊຸດນີ້ມີຄຸນນະພາບ, ໄດ້ມານຖານ ແລະ ເປັນໄປຕາມແຜນທີ່ວາງໄວ້, ເມື່ອປະຊາຊົນຕໍ່າຫູກ ຫຼື ຕໍ່າສິ້ນແຜ່ນແພຈົນຊຳນິຊຳນານໃນຜືນຕໍ່ໆໄປກໍ່ຈະງາມຂື້ນ, ຕໍ່າໄວຂື້ນ ຫາກປະຊາຊົນຈະເລີ່ມຕໍ່າເພື່ອນໍາໃຊ້ເອງໃນຂັ້ນເບື້ອງຕົ້ນ, ລາຍສິ້ນພື້ນຖານທີ່ຕໍ່າກໍ່ນຳໃຊ້ລາຍທີ່ງ່າຍ ແບບບໍ່ສັບສົນ ແລະ ເໝາະກັບຜູ້ທີ່ກຳລັງເລີ່ມຕົ້ນຮຽນ, ແຕ່ຖ້າຫາກປະຊາຊົນມີຄວາມຮູ້ຄວາມສາມາດທີ່ໄດ້ຄິດຄົ້ນລວດລາຍເອງໄດ້ ແລະ ຕໍ່າງາມລະອຽດດີ ເພາະນອກຈາກຈະໄດ້ນຳໃຊ້ເອງແລ້ວກໍ່ຍັງສາມາດນຳສົ່ງຂາຍຕາມທ້ອງຕະຫຼາດໄດ້ເລີຍ ຫຼື ເປັນສິນຄ້າໂອດັອບ ຂອງທ້ອງຖິ່ນໄດ້ອີກດ້ວຍ ແລະ ພັດທະນາກາຍເປັນສິນຄ້າໄປຂາຍເພື່ອສ້າງລາຍໄດ້ຢ່າງແນ່ນອນ ແລະຊ່ວຍໃຫ້ປະຊາຊົນຢູ່ເຂດດັ່ງກ່າວມີລາຍຮັບຈູນເຈືອຄອຍຄົວໄດ້ຕື່ມອີກ.