ຮອງນາຍົກມອບເຄື່ອງຊ່ວຍເຫຼືອ ເຖິງມືປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຈຳພອນ-ຊົນນະບູລີ

ດ້ວຍຄວາມເປັນຫ່ວງ ແລະເຫັນອົກເຫັນໃຈຕໍ່ປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຈາກສະພາບນ້ຳຖ້ວມທີ່ເກີດຂຶ້ນໃນຫຼາຍວັນທີ່ຜ່ານມາ, ສະນັ້ນການນຳຂັ້ນສູນກາງ ແລະຂັ້ນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນພາຍໃນເມືອງຈຳພອນ ແລະເມືອງຊົນນະບູລີໃນວັນທີ 26 ສິງຫາ 2026. ຮ່ວມເຮັດວຽກໃນຄັ້ງນີ້ໂດຍມີ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກຊ-ປກສ ແຂວງ ແລະພາກສ່ວນພະແນກການທີ່ກ່ຽວຂ້ອງກໍ່ໄດ້ລົງເຄື່ອນໄຫວນຳດ້ວຍ.
ໃນນີ້, ການນຳຂັ້ນສູງກໍ່ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະການນຳຂອງເມືອງຈຳພອນ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນໃນບ້ານຕ່າງໆທີ່ປະສົບກັບໄພນ້ຳຖ້ວມ ໂດຍການກ່າວຮັບຂອງທ່ານ ສີໂທ ທໍລະທາ ກຳມະການພັກແຂວງ ເລຂາພັກເມືອງຈຳພອນ. ເຄື່ອງທີ່ນຳມອບໃນຄັ້ງນີ້ປະກອບມີ: ນ້ຳດື່ມ, ໄຂ່ໄກ່, ອາຫານແຫ້ງ, ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ລວມມູນຄ່າ 120 ລ້ານກີບ ພ້ອມເງິນສົດ 50 ລ້ານກີບ. ຈາກນັ້ນ, ຄະນະການນຳກໍ່ໄດ້ລົງຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ເມືອງຊົນນະບູລີ ໂດຍມີທ່ານ ພັທ ກອງມີ ມຽງມະນີ ກຳມະການພັກແຂວງ ເລຂາພັກເມືອງຊົນນະບູລີ ໄດ້ກ່າວລາຍງານການກະກຽມຄວາມພ້ອມດ້ານຕ່ງໆເພື່ອຮັບມືສະພາບນ້ຳຖ້ວມທີ່ເກີດຂຶ້ນໃນໄລຍະຜ່ານມາ ເຊິ່ງໄດ້ເຮັດໃຫ້ຊີວິດ ແລະຊັບສິນຂອງປະຊາຊົນໄດ້ຮັບຄວາມປອດໄພໂດຍພື້ນພື້ນຖານ, ຈາກນັ້ນຄະນະການນຳກໍ່ໄດ້ພ້ອມກັນຂີ່ເຮືອລົງຢ້ຽມຢາມ ແລະແຈກຍາຍເຄື່ອງຊ່ວຍເຫຼືອໃຫ້ເຖິງມືປະຊາຊົນຢູ່ທີ່ບ້ານທ່າຄຳເຫຼື້ອມ ເຊິ່ງເປັນບ້ານໜຶ່ງທີ່ຕັ້ງຢູ່ແຄມຊອຍຊຳຊອຍ ແລະເປັນບ້ານທີ່ຖືກນ້ຳຖ້ວມໜັກສົມຄວນ ແຕ່ປະຈຸບັນນ້ຳໄດ້ເລີ່ມຫຼຸດລົງແນ່ແລ້ວ ໂດຍໃນໂອກາດນີ້, ການນຳຂັ້ນສູນກາງ ແລະຂັ້ນແຂວງກໍ່ໄດ້ແຈກຍາຍເຄື່ອງຊ່ວຍເຫຼືອໃຫ້ເຖິງມືຂອງປະຊາຊົນຢ່າງທົ່ວເຖິງ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ລວມມີ: ໄຂ່ໄກ່, ໝີ່, ນ້ຳດື່ມ, ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ລວມມູນຄ່າ 120 ລ້ານກີບ ພ້ອມເງິນສົດ 50 ລ້ານກີບ.
ຂ່າວ: ແຂວງສະຫວັນນະເຂດ