ລາວ-ຫວຽດນາມ ຈັບມືແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫລວງ

ພິທີພົບປະສອງຝ່າຍ ລະຫວ່າງ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ກວັກ ດວ່ານ ກຳມະການສູນກາງພັກ, ປະທານຄະນະກວດກາລັດຖະບານ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ທີ່ນະຄອນຫລວງຮ່າໂນ້ຍ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ສົນທະນາແລກປ່ຽນ ກ່ຽວກັບວຽກງານກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ, ພ້ອມທັງການຫັນປ່ຽນເປັນດີຈິຕອນ, ການສ້າງຖານຂໍ້ມູນວຽກງານກວດກາ ແລະ ການຝຶກອົບຮົມບຸກຄະລາກອນ ຂອງທັງສອງປະ ເທດ. ການພົບປະໃນຄັ້ງນີ້, ຖືເປັນອີກກ້າວສຳຄັນ ໃນການເສີມສ້າງການຮ່ວມມື ລະຫວ່າງອົງການກວດກາແຫ່ງລັດຂອງ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ໃຫ້ເລິກເຊິ່ງ, ມີປະສິດທິຜົນ ແລະ ເປັນຮູບປະທຳຫລາຍຂຶ້ນ, ພ້ອມທັງປະກອບສ່ວນເສີມສ້າງ ແລະ ສືບຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງ ແລະ ຍືນຍົງ.
ໃນໂອກາດນີ້, ທ່ານ ຫງວຽນ ກວັກ ດວ່ານ ໄດ້ຢືນຢັນວ່າສາຍພົວພັນ ຫວຽດນາມ-ລາວ ແມ່ນເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນດ້ານຍຸດທະສາດ ທີ່ຜູ້ນຳ ແລະ ປະຊາຊົນຂອງສອງຊາດ ໄດ້ຮ່ວມກັນສືບທອດມາເປັນເວ ລາຍາວນານ. ພ້ອມນີ້, ຍັງເນັ້ນໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກປຶກສາຫາລື, ແລກປ່ຽນຄະນະຜູ້ແທນ ແລະ ຄະນະຊ່ຽວຊານ, ພ້ອມທັງແລກປ່ຽນບົດຮຽນໃນຂະແໜງການກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກັ້ນການສໍ້ລາດ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ແມ່ນໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນລາວ-ຫວຽດນາມ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອ ພັດທະນາສາຍພົວພັນອັນດີງາມໃຫ້ເລິກເຊິ່ງຍິ່ງຂຶ້ນ. ພ້ອມກັນນັ້ນ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ເຖິງສະພາບລວມ ກ່ຽວກັບວຽກງານກວດກາຂອງ ສປປ ລາວ ອີກດ້ວຍ.