ຕອບແທນຄຸນງາມຄວາມດີ! ປກສ ບໍລິຄຳໄຊ ມອບເງິນນະໂຍບາຍ 500 ລ້ານກວ່າກີບ ໃຫ້ນາຍຕຳຫຼວດອອກສ້າງເສດຖະກິດຄອບຄົວ

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ, ດັ່ງນັ້ນໃນຕອນບ່າຍ ວັນທີ 25 ສິງຫາ 2026 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ມອບເງິນອຸດໜູນໃຫ້ນາຍຕຳຫຼວດ ອອກສ້າງເສດຖະກິດຄອບຄົວ, ເປັນປະທານໂດຍ ທ່ານ ພັທ ໄຂ່ຄຳ ປັນຍານຸວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຫົວໜ້າພະແນກປະກັນສັງຄົມ, ພ້ອມດ້ວຍຄະນະ ແລະ ນາຍຕຳຫຼວດທີ່ໄດ້ຮັບອຸດໜູນອອກສ້າງເສດຖະກິດຄອບຄົວ ເຂົ້າຮ່ວມ.
ທ່ານ ພັທ ເຊດຖາ ຈັນທະລັດ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ໄດ້ຜ່ານຂໍ້ຕົກຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1735 , 1736/ປກສ, ລົງວັນທີ 15 ມິຖຸນາ 2026 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ອອກສ້າງເສດຖະກິດຄອບຄົວ, ຈາກນັ້ນ ທ່ານ ພັທ ໄຂ່ຄຳ ປັນຍານຸວົງ ໄດ້ຕາງໜ້າໃຫ້ກອງບັນຊາການ ປກສ ແຂວງ ມອບເງິນໃຫ້ແກ່ນາຍຕຳຫຼວດທີ່ໄດ້ຮັບເງິນອຸດໜູນ ຈຳນວນ 02 ສະຫາຍຄື: ສະຫາຍ ພັທ ເຄນພອນ ຄຳພະໄຊ ໄດ້ຮັບເງິນນະໂຍບາຍ ຈຳນວນ 270,126,855 ກີບ, ສະຫາຍ ພັທ ສຸກທະວີ ສີສົມບູນ ໄດ້ຮັບເງິນນະໂຍບາຍ ຈໍານວນ 231,111,855 ກີບ.
ໃນໂອກາດດັ່ງກ່າວ ທ່ານ ພັທ ໄຂ່ຄຳ ປັນຍານຸວົງ ຫົວໜ້າຫ້ອງການເມືອງ ໄດ້ກ່າວວ່າ: ການມອບເງິນອຸດໜູນໃຫ້ແກ່ນາຍຕຳຫຼວດທີ່ອອກສ້າງເສດຖະກິດຄອບຄົວໃນຄັ້ງນີ້ເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຜົນງານ ປະກອບສວນເຂົ້າວຽກງານປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ, ພ້ອມທັງອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບແຂງແຮງອາຍຸໝັ້ນຂວັນຍືນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ຕະຫຼອດໄປ.