ເລັ່ງດ່ວນເດືອນກັນຍາ! ລັດຖະບານ ສັ່ງ 14 ວຽກຈຸດສຸມ ຟື້ນຟູເສັ້ນທາງ-ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ພາຍຫຼັງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ອັດລົງ, ລັດຖະບານ ໄດ້ກຳນົດ 14 ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ເພື່ອໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

1. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຮັກສາຄວາມສະຫງົບຕາມຊາຍແດນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອາຊະຍາກໍາລະບົບຄອມພິວເຕີ, ຢາເສບຕິດ, ການປຸ້ນຈີ້ຊິງຊັບ, ອຸປະຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງ;
2. ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫຼືອບັນເທົາທຸກ ຈາກຜົນກະທົບນ້ໍາຖ້ວມ ໃຫ້ກັບຄືນສູ່ປົກກະຕິໂດຍໄວ; ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະເຈື່ອນ-ຕັດຂາດ ໃຫ້ສາມາດໄປມາໄດ້; ກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ໃຫ້ຕິດຕາມຄວາມປອດໄພຂອງເຂື່ອນ, ລວມທັງ ການຈັດການປະລິມານນ້ຳໃນເຂື່ອນໃຫ້ດີ;
3. ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ໃຫ້ພ້ອມ ແລະ ເຂົ້າຮ່ວມລາຍງານ ຕໍ່ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິ ການສູນກາງພັກ ປະຈຳເດືອນສິງຫາ 2026;
4. ຮີບຮ້ອນຜັນຂະຫຍາຍ ມະຕິ 34/ສພຊ, ວ່າດ້ວຍການຮັບຮອງ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການສ້າງແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານ ທີ່ຈະຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ຂອງວາລະແຫ່ງຊາດ ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ໃນເດືອນກັນຍາ ຫຼື ເດືອນຕຸລາ ກ່ອນຈະນຳສະເໜີຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້;
5. ໃຫ້ບັນດາກະຊວງ-ອົງການທຽບເທົ່າ ຮີບຮ້ອນແບ່ງພາລະບົດບາດ, ຄວາມຮັບຜິດຊອບລະຫວ່າງ ເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານຂອງຂະແໜງການຕ່າງໆ ໃຫ້ສຳເລັດໃນເດືອນກັນຍາ 2026;
6. ສຸມໃສ່ເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນຄ່າເພີ່ມ ໃຫ້ໄດ້ຫຼາຍ, ທັງສຸມໃສ່ການເຊື່ອມໂຍງຂໍ້ມູນ ການຈັດເກັບລາຍຮັບ ກັບບັນດາຂະແໜງການທີ່ກ່ຽວຂ້ອງ;
7. ສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ, ໄປຄຽງຄູ່ກັບການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໂດຍສະເພາະ ຊີ້ນໝູແຊ່ແຂງຈາກຕ່າງປະເທດ ທີ່ມີລາຄາຕ່ຳ ແລະ ບໍໍ່ຮັບປະກັນດ້ານຄຸນນະພາບ, ພ້ອມທັງ ໃຫ້ລົງຊ່ວຍແຂວງໄຊຍະບູລີ ໃນການຄວບຄຸມການລະບາດພະຍາດອະຫິວາໝູ;
8. ສືບຕໍ່ກະກຽມ ເປີດສົກຮຽນໃໝ່ ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງຄູແຫ່ງຊາດ;
9. ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ;
10. ສືບຕໍ່ຕິດຕາມ, ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ພະຍາດລະບາດຕາມລະດູການ; ສືບຕໍ່ຄຸ້ມຄອງ ແລະ ກວດກາເຂັ້ມງວດຕໍ່ຄຸນນະພາບ, ມາດຕະຖານຂອງອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ;
11. ສືບຕໍ່ກະກຽມ ຈັດງານສັບປະດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງ ລາຍການສະແດງ ເພື່ອຮັບໃຊ້ການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃຫ້ດີ ໂດຍຖືເປັນໂອກາດດຶງດູດ ແລະ ສົ່ງເສີມການທ່ອງທ່ຽວລາວ;
12. ສືບຕໍ່ຂະຫຍາຍເຄືອຂ່າຍໂທລະຄົມ, ສັນຍານອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳໃຊ້ລະບົບ (G-Chat) ແລະ ລະບົບບໍລິຫານດີຈີຕອນ ເພື່ອຫັນເປັນລັດດີຈີຕອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
13. ສືບຕໍ່ປັບປຸງກົນໄກ ແລະ ວິທີການ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄວ ແລະ ໄດ້ຫຼາຍຂຶ້ນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບສິນ ທີ່ຍຶດໄດ້ຈາກຄະດີຕ່າງໆ ໃຫ້ໄວຂຶ້ນ;
14. ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດ ຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມລາວ ຢ່າງເປັນທາງການ ຂອງການນຳຂັ້ນສູງປະເທດເພື່ອນມິດ ໃຫ້ໄດ້ຮັບຜົນດີ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງ ກໍ່ຄືບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.