ເມືອງກະລຶມ ມີ 52 ບ້ານທີ່ໄດ້ຜົນກະທົບ ແລະຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ

 
ຕາມການລາຍງານ ຂອງຄະນະກໍາມະການປົກຄອງແຂວງເຊກອງ ໃນວັນທີ 22 ສິງຫາ ນີ້ ກ່ຽວກັບສະພາບຜົນກະທົບ ແລະ ຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ໃນຊ່ວງເດືອນ ກໍລະກົດ - ສິງຫາ ປີ 2026 ຈາກອິດທິພົນຂອງລົມພະຍຸ ເກີດຂຶ້ນ 2 ຄັ້ງ ເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ພ້ອມທັງມີລົມພັດແຮງ ກວມເອົາພື້ນທີ່ 4 ຕົວເມືອງ ຂອງແຂວງເຊກອງ ສົ່ງຜົນໃຫ້ເກີດນ້ຳປ່າໄຫຼຊຸ, ນ້ຳຖ້ວມອັ່ງ ແລະ ດິນເຊາະເຈື່ອນ, ເຮືອນຢູ່ອາໄສ, ເນື້ອທີ່ຜະລິດກະສິກຳ (ໄຮ່, ນາ, ສວນ), ສັດລ້ຽງ, ເຄື່ອງປູກຂອງຝັງເສຍຫາຍຢ່າງໜັກ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ເມືອງກະລຶມ ໄດ້ຮັບຜົນກະທົບໜັກ ມີຈໍານວນ 52 ບ້ານ, ມີ 4 ຕາແສງ, ມີ 4,072 ຄອບຄົວ, ພົນລະເຮືອນ 20,033 ຄົນ (ຍິງ 9,915 ຄົນ).
ນອກຈາກນັ້ນ, ພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ລະບົບໄຟຟ້າ, ການສື່ສານ-ໂທລະຄົມມະນາຄົມໂດຍນັບແຕ່ຕົ້ນເດືອນກໍລະກົດ ເປັນຕົ້ນມາ ໄດ້ຮັບຜົນກະທົບ, ເຊິ່ງໄລຍະທີ 1 ມີ 3 ເສັ້ນທາງ ໄດ້ຮັບຄວາມເສຍຫາຍ ປະເມີນມູນຄ່າ 436,943,084 ກີບ ລວມມີ ເສັ້ນທາງ 7501: ດິນເຈື່ອນ 15 ຈຸດ, ທາງໃກ້ຂາດ 2 ຈຸດ, ຮ່ອງເລິກ 3 ຈຸດ, ອຸດຕັນ 10 ຈຸດ, ດິນບ່ວມ 7 ຈຸດ, ເສັ້ນທາງເມືອງກະລຶມໃໝ່ ຫາ ບ້ານຈຼອກ: ມີດິນເຈື່ອນ 1 ຈຸດ, ທາງໃກ້ຂາດ 1 ຈຸດ, ຮ່ອງເລິກ 13 ຈຸດ, ອຸດຕັນ 11 ຈຸດ, ດິນບ່ວມ 15 ຈຸດ, ເສັ້ນທາງ 7511: ດິນເຈື່ອນຫຼາຍຈຸດ, ຖະໜົນພາຍໃນເມືອງ ເປັນຂຸມ, ຟຸດບາດຍຸບ, ເຫຼັກຕະແກງເສຍຫາຍຫຼາຍຈຸດ; ເສົາໄຟຟ້າຫັກ-ລົ້ມຫຼາຍຕົ້ນ ຕາມແລວສາຍສົ່ງແຂວງ ຫາ ເມືອງກະລຶມໃໝ່ (ຢູ່ລະຫວ່າງເກັບກໍາຂໍ້ມູນ); ໃນໄລຍະທີ 2 (ວັນທີ 19 - 21 ສິງຫາ) ມີເສັ້ນທາງ 3 ເສັ້ນ ທີ່ໄດ້ຮັບຜົນກະທົບຄື: ເສັ້ນທາງກະລຶມໃໝ່ ຫາ ບ້ານຈຼອກ ຫາ ບ້ານສອງຄອນ ຫາ ບ້ານຈິງ (ບໍ່ສາມາດສັນຈອນໄດ້), ເສັ້ນທາງ 7501: ດິນເຈື່ອນເປັນວົງກວ້າງ ເຂດໂຮງເລື່ອຍ, ຂົວຖືກນ້ຳຊຸ, ເສັ້ນທາງເມືອງເກົ່າ: ມີດິນເຈື່ອນ ເຮັດໃຫ້ການສັນຈອນໄປ-ມາ ບໍ່ໄດ້; ບໍ່ສາມາດນໍາສົ່ງຄົນເຈັບໜັກ ໄປປິ່ນປົວຢູ່ໂຮງໝໍແຂວງໄດ້ ເພາະທາງຖືກຕັດຂາດ.
ຈາກສະພາບການດັ່ງກ່າວ, ຄະນະພັກ-ຄະນະນໍາແຂວງ, ເມືອງ ກໍໄດ້ຮີບຮ້ອນປະສານສົມທົບກັນ ເພື່ອເລັ່ງແກ້ໄຂເບື້ອງຕົ້ນ ແລະ ໃນວັນທີ 21 ສິງຫາ ຜ່ານມາ, ທ່ານ ສາຍຄຳ ແກ້ວບຸນປານ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງກະລຶມ ພ້ອມດ້ວຍຄະນະນຳ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ນຳພາ ພະນັກງານ-ລັດຖະກອນ, ສະມາຊິກຊາວໜຸ່ມ-ແມ່ຍິງ, ກຳລັງ ປກຊ-ປກສ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ຮ່ວມກັບພໍ່ແມ່ປະຊາຊົນບ້ານອ້ອມຂ້າງ ສ້ອມແປງເສັ້ນທາງສຸກເສີນ ເລີ່ມຈາກເມືອງກະລຶມໃໝ່ ຫາ ບ້ານຈິງ ເຊິ່ງໄດ້ລະດົມກຳລັງ ຕັດໄມ້ເຮັດຂົວລຽນລຳ ເພື່ອວາງໃສ່ບ່ອນທີ່ຖືກນໍ້າເຊາະເຈື່ອນ ແລະ ນຳໃຊ້ລົດໄຖ ດຸດກວດຂີ້ດິນເຈື່ອນອອກຈາກເສັ້ນທາງ ເພື່ອເຮັດໃຫ້ລົດຈັກ ສາມາດສັນຈອນໄປ-ມາໄດ້; ທັງນີ້ ຄະນະນຳເມືອງກະລຶມ ກໍ ຈະສືບຕໍ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອເລັ່ງແກ້ໄຂ ແລະ ຟື້ນຟູເສັ້ນທາງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ນອກຈາກນີ້, ເມືອງດາກຈຶງ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເຊິ່ງມີເສັ້ນທາງ 7 ເສັ້ນຄື: ທາງເລກທີ 7620 ແຕ່ ຕາດຄຼຶ ຫາ ບ້ານຕັງໂບຣງ 43 ກມ, ທາງເລກທີ 7725 ແຕ່ ແຍກທາງ 16B ບ້ານດາກເສງ ຫາ ບ້ານຈາລິງ 14 ກມ, ທາງເລກທີ 7519 ແຕ່ ບ້ານດາກວາງ ຫາ ບ້ານດາກມິ 19 ກມ, ເສັ້ນທາງແຕ່ບ້ານດາກຈາກ ຫາ ບ້ານກອນຢົງ 11 ກມ, ເສັ້ນທາງ ແຕ່ບ້ານດາກດິນ ຫາ ບ້ານຕິນຕຶມ ເມືອງກະລຶມ ລວມ 71 ກມ, ເສັ້ນທາງແຕ່ ບ້ານດາກດິນ ຫາ ບ້ານຕັງຕະລັງ 32 ກມ, ເສັ້ນທາງ ແຕ່ ບ້ານດາກມັນ ຫາ ບ້ານດາກປຼາ ຫາ ບ້ານບຣອງນ້ອຍ-ບຣອງໃຫຍ່ 93 ກມ; ສຳລັບເມືອງລະມາມ ແລະ ເມືອງທ່າແຕງ ຍັງບໍ່ທັນມີການລາຍງານຂໍ້ມູນຜົນກະທົບ ແລະ ຄວາມເສຍຫາຍ ເນື່ອງຈາກຍັງຢູ່ໃນຂັ້ນຕອນການເກັບກຳ ແລະ ສະຫຼຸບສັງລວມຂໍ້ມູນຈາກບັນດາຂະແໜງການທີ່ກ່ຽວຂ້ອງ.
ຂ່າວ:ພຸດທະສອນ