
ວັນທີ 25 ສິງຫາ 2026, ທີ່ຫ້ອງປະຊຸມກົມຄວບຄຸມພະຍາດ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ແລະ ອົງການສາກົນບໍລິການປະຊາຊົນ (PSI Laos).
ເຊົນໂດຍທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ ຫົວຫນ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ແລະ ທ່ານ ນາງ. ໄຊຊະນະ ພະນະລາສີ ຜູ້ອຳນວຍການອົງການ PSI Laos ພາຍໃຕ້ໂຄງການ “ສົ່ງເສີມການກຳຈັດພະຍາດໄຂ້ມາລາເຣຍແບບຍືນຍົງ ຜ່ານລະບົບການເຊື່ອມສານໃນ ສປປ ລາວ” ໂດຍໂຄງການຈະໄດ້ເລີ່ມເດືອນສິງຫາ 2026 ຫາ ເດືອນກຸມພາ 2028 ແລະ ໄດ້ຮັບທຶນສະໜັບສະໜູນຈາກມູນນິທິເກດ ຜ່ານ ອົງການPSI ສຳນັກງານໃຫຍ່.
ການຮ່ວມມືຄັ້ງນີ້ ມີຈຸດປະສົງເພື່ອນຳເອົາລະບົບການເຊື່ອມສານ ແລະ ການໂຕ້ຕອບພະຍາດໄຂ້ມາລາເຣຍ ເຂົ້າໃນລະບົບເຝົ້າລະວັງແຫ່ງຊາດ ພາຍໃຕ້ການຄຸ້ມຄອງບໍລິຫານຂອງລັດ ພາຍໃນປີ 2027. ພ້ອມທັງເສີມສ້າງການນຳໃຊ້ຂໍ້ມູນເຝົ້າລະວັງຢ່າງມີປະສິດທິພາບ ເພື່ອສະໜັບສະໜູນການຕັດສິນໃຈ, ການກຳຈັດພະຍາດ ແລະ ການສະກັດກັ້ນການສົ່ງເຊື້ອໄຂ້ມາລາເຣຍກັບຄືນຢ່າງຍືນຍົງ.
ພາຍໃຕ້ໂຄງການ ຈະສຸມໃສ່ 3 ກິດຈະກຳຫຼັກ ປະກອບມີ: (1) ຂະຫຍາຍ ແລະ ເຊື່ອມສານລະບົບເຝົ້າລະວັງພະຍາດໄຂ້ມາລາເຣຍທົ່ວປະເທດ ພາຍໃຕ້ການນຳພາຂອງກະຊວງສາທາລະນະສຸກ, ລວມເຖິງການພັດທະນາເຄື່ອງມື, ປັບປຸງກະດານຂ່າວໃນ DHIS2 ແລະ ຝຶກອົບຮົມການນຳໃຊ້ລະບົບ; (2) ເສີມສ້າງການນຳໃຊ້ຂໍ້ມູນເຝົ້າລະວັງຜ່ານການທົບທວນຂໍ້ມູນ ແລະ ການປະຊຸມຄຸ້ມຄອງເຫດການສຸກເສີນ (IMT) ຢ່າງເປັນປະຈຳ; ແລະ (3) ນຳໃຊ້ລະບົບສະກັດກັ້ນການສົ່ງເຊື້ອໄຂ້ມາລາເຣຍກັບຄືນ ຄຽງຄູ່ກັບລະບົບເຝົ້າລະວັງ ແລະ ການໂຕ້ຕອບປົກກະຕິ.
ການຮ່ວມມືນີ້ເປັນອີກກ້າວສຳຄັນໃນການເສີມສ້າງກົນໄກລະບົບສາທາລະນະສຸກໃຫ້ມີຄວາມພ້ອມ, ສາມາດນຳໃຊ້ຂໍ້ມູນໄດ້ຢ່າງທັນເວລາ ແລະ ສົ່ງເສີມຄວາມຍືນຍົງຂອງວຽກງານການກຳຈັດພະຍາດໄຂ້ມາລາເຣຍ ໃນ ສປປ ລາວ ພາຍໃນປີ 2030 ຕາມແຜນຍຸດທະສາດແຫ່ງຊາດ.