7 ເດືອນ ປີ 2026 ໜ່ວຍງານສ່ວຍສາອາການປະຈໍາດ່ານ ສາກົນລະໄລ ເກັບລາຍຮັບໄດ້ 300 ລ້ານກວ່າກີບ

ໃນໄລຍະ 7 ເດືອນ ຂອງປີ 2026 ນີ້, ໜ່ວຍງານສ່ວຍສາອາການປະຈໍາດ່ານສາກົນລະໄລ ແຂວງສາລະວັນ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ແລ້ວກວ່າ 300 ລ້ານກີບ, ເຊິ່ງກວມເອົາຫຼາຍກວ່າ 77% ຂອງແຜນການໝົດປີ, ພ້ອມທັງເລັ່ງຊຸກຍູ້ການນຳໃຊ້ເຄື່ອງມືທັນສະໄໝ ເພື່ອເກັບລາຍຮັບໃນ 5 ເດືອນທ້າຍປີໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ສຸດໃຈ ແກ້ວຫານາມ ຫົວໜ້າສ່ວຍສາອາກອນ ປະຈໍາດ່ານສາກົນລະໄລ ແຂວງສາລະວັນ, ໄດ້ລາຍງານໃຫ້ຮູ້ວ່າ: ສ່ວຍສາອາກອນ ແຜນປີທີ່ແຂວງມອບໃຫ້ ຈໍານວນ 400 ລ້ານກີບ, ແຕ່ໃນ 7 ເດືອນຜ່ານມາ, ໜ່ວຍງານສ່ວຍສາອາການປະຈໍາດ່ານ ສາກົນລະໄລ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 300 ລ້ານກວ່າກີບ ເທົ່າກັບ 77 ກ່ວາສ່ວນຮ້ອຍຂອງແຜນການປີ ໃນນັ້ນອາກອນປະຕິບັດໄດ້ 256 ລ້ານກ່ວາກີບ ອາກອນທໍານຽມທາງ ປະຕິບັດໄດ້ 57 ລ້ານກ່ວກີບ ແລະ ອາກອນສິນຄ້ານໍາເຂົ້າ ປະຕິບັດ ໄດ້ 215 ຄັ້ງ.

ທ່ານ ສຸດໃຈ ແກ້ວຫານາມ ຫົວໜ້າສ່ວຍສາອາກອນ ປະຈໍາດ່ານສາກົນລະໄລ ໃຫ້ຮູ້ຕື່ມອີກວ່າ: ວຽກງານສ່ວຍສາອາກອນ ແມ່ນເປັນວຽກໜື່ງທີ່ມີຄວາມສໍາຄັນ, ປະກອບສ່ວນເຂົ້າໃນການເກັບລາຍຮັບ, ກໍ່ຄືການສ້າງສາພັດທະນາປະເທດຊາດ,ປະຈຸ ບັນ ພັກ ແລະ ລັດຖະບານ, ໄດ້ເອົາໃຈໃສ່ ແລະ ບັນຈຸວຽກງານດັ່ງກ່າວນີ້ ເຂົ້າໃນວາ ລະແຫ່ງຊາດ, ເຊີ່ງເຮັດໜ້າທີ່-ພາລະບົດບາດ, ເກັບລາຍຮັບ ແລະ ຄຸ້ມຄອງຖານຂໍ້ ມູນລາຍຮັບ ດ້ວຍເຄື່ອງມືທີ່ທັນສະໄໝ,ດ້ວຍຄວາມວ່ອງໄວ ແລະ ຄົບຖ້ວນ ປະຕິ ບັດກົດໝາຍ ວ່າດ້ວຍ: ອາກອນມູນຄ່າເພີ່ມ, ສໍາຄັນແມ່ນໄດ້ເອົາໃຈໃສ່ວຽກງານການເມືອງແນວຄິດ, ໃຫ້ໜັກແໜ້ນ, ສໍາລັບການເກັບອາກອນຢູ່ດ່ານ, ສ່ວນໃຫຍ່ແມ່ນໄດ້ຈາກອາກອນຂົນສົ່ງສິນຄ້າ ນໍາເຂົ້າ-ສົ່ງອອກໜັງສີຜ່ານແດນຊົ່ວຄາວ, ຄ່າທໍານຽມທາງ ແລະ ຄ່າສະແຕັມອາກອນ, ສໍາລັບ 5 ເດືອນທ້າຍປີ 2026 ນີ້,ແຜນ ການເກັບລາຍຮັບເຂົ້າງົບປະມານ, ຈະໃຫ້ບັນລຸຕາມແຜນການທີ່ວາງໄວ້.

ພາບ ແລະ ຂ່າວ: ພູລຳເງິນ ເພັດພູວຽງ