ຂະບວນທັດສະນະສຶກສາ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ທີ່ຫຼວງພະບາງ

 
ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈຳລາວ ຈັດຂະບວນທັດສະນະສຶກສາ ຫົວຂໍ້: “ການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ” ໃຫ້ແກ່ນັກຂ່າວ 26 ທ່ານ ຈາກ 8 ແຂວງພາກເຫນືອ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ 9 ທ່ານ ພາຍໃຕ້ໂຄງການແກມຊິວ (GAMCIL) ທີ່ແຂວງຫລວງພະບາງ ໃນວັນທີ 18 ສິງຫາ 2026 ນີ້ ໂດຍການນຳພາຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວລາວ, ທ່ານ ບຸນໄຫຼ ດວງເດືອນ ຮອງຫົວຫນ້າໂຄສະນາອົບຮົມ ແຂວງຫຼວງພະບາງ, ທ່ານ ແສງດາລາ ສຸລິນທອນ ຫົວຫນ້າໂຄງການ ECPP, ທ່ານ ນາງ ບົວຄຳ ດວງປັນຍາ ຫົວຫນ້າໂຄງການ GAMCIL ແລະ ຄະນະບໍລິຫານງານປະຈຳໂຄງການ GAMCIL
ຂະບວນທັດສະນະສຶກສາ ໄດ້ເດີນທາງໄປເຄື່ອນໄຫວຢູ່ 2 ຈຸດຫລັກ ທີ່ແຂວງຫລວງພະບາງຄື:
• ໂຄງການສົ່ງເສີມຕາຫນ່າງສັດຕະວະແພດ ໃນຮູບແບບທຸລະກິດ (ECPP) ຢູ່ບ້ານຫົວແກ້ງ, ເມືອງ ປາກແຊງ. ຜ່ານການລົງພື້ນທີ່ຕົວຈິງຢູ່ທີ່ນີ້ ທີມງານສື່ມວນຊົນ ໄດ້ເຫັນວິທີການລ້ຽງສັດດ້ວຍກ້ອນແຮ່ທາດທີ່ສາມາດຄວບຄຸມທາດອາຍພິດເຮືອນແກ້ວ ແລະ ສຳພາດສົດກັບ ສັດຕະວະແພດ ທີ່ໄດ້ຮັບການຍົກລະດັບຄວາມສາມາດ ເພື່ອໃຫ້ການບໍລິການປິ່ນປົວສັດ, ຫລຸດຜ່ອນການຕາຍຂອງສັດຈາກພະຍາດລະບາດ ແລະ ໃຫ້ຄຳແນະນຳແກ່ຊາວບ້ານຢ່າງທົ່ວເຖິງ. ພ້ອມນີ້ ຍັງມີຊາວບ້ານທີ່ເປັນຄອບຄົວຕົວແບບ ທີ່ໄດ້ມາແບ່ງປັນບົດຮຽນຄວາມປ່ຽນແປງຫລັງຈາກໄດ້ຮັບການສະຫນັບສະຫນູນຈາກໂຄງການ ECPPN.
• ⁠ສູນຫັດຖະກຳ ອອກ ພົບ ຕົກ (Ock Pop Tok): ຮຽນຮູ້ກ່ຽວກັບການສົ່ງເສີມອາຊີບຫັດຖະກຳຕໍ່າຫູກພື້ນເມືອງ ທີ່ສ້າງລາຍຮັບເສີມໃຫ້ກັບແມ່ຍິງທ້ອງຖິ່ນ ເຊິ່ງເປັນອີກຫນຶ່ງຕົວຢ່າງຂອງການພັດທະນາເສດຖະກິດແບບຍືນຍົງ ແລະ ກົມກືນກັບທຳມະຊາດ.
ການທັດສະນະສຶກສາໃນຄັ້ງນີ້, ໂຄງການ GAMCIL ມີຈຸດປະສົງໃຫ້ຜູ້ເຂົ້າຮ່ວມທຸກຄົນ ໄດ້ເຫັນພາບ-ເຂົ້າໃຈ ການພັດທະນາສີຂຽວ ເຊິ່ງບົດຮຽນ ແລະ ມຸມມອງເຫຼົ່ານີ້ ຈະເປັນຂົວຕໍ່ສຳຄັນ ໃຫ້ບັນດາສື່ມວນຊົນ ນຳໄປຕໍ່ຍອດຜະລິດເນື້ອຫາສ້າງສັນ ເພື່ອສ່ອງແສງ ແລະ ຜັນຂະຫຍາຍວຽກງານການພັດທະນາສີຂຽວ ຂອງ ສປປ ລາວ ໃຫ້ເຂົ້າເຖິງກຸ່ມຄົນໃນວົງກວ້າງຍິ່ງໆຂຶ້ນໄປ.