ໄຊສົມບູນ ສະໜອງສິນເຊື່ອໄດ້ 470 ຕື້ກີບ ເພື່ອແກ້ໄຂຄວາມທຸກຍາກ ແລະສົ່ງເສີມ SME

ກອງປະຊຸມ ປຶກສາຫາລື ລະຫວ່າງ ການນໍາແຂວງໄຊສົມບູນ ແລະ ການນໍາທະນາຄານແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ ແລະ ທ່ານ ອາລຸນ ບຸນຍົງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີ ທ່ານ ສີສຸພັນ ໂພໄຊສີ, ຫົວໜ້າກອງທຶນພັດທະນາໄຊສົມບູນ ພ້ອມດ້ວຍຮອງຫົວໜ້າກົມ, ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສີສຸພັນ ໂພໄຊສີ ໄດ້ລາຍງານການປະຕິບັດ ແຫຼ່ງທຶນ ບ້ວງທຶນນະໂຍບາຍສິນເຊື່ອເພື່ອກະຈາຍແຫຼງທຶນສູ່ທ້ອງຖິ່ນ ຂອງແຂວງໄຊສົມບູນ ຊຶ່ງໄລຍະຜ່ານມາ ເບື້ອງຕົ້ນ ກອງທຶນ ມີນິຕິກຳ ເພື່ອບໍລິຫານງານ 2 ສະບັບ ຄື: ດຳລັດ 414/ລບ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ, ການເຄື່ອນໄຫວວຽກງານ ຂອງກອງທຶນ ພັດທະນາໄຊສົມບູນ ເລກທີ 01, ກ່ອນການເປີດສໍານັກງານຢ່າງເປັນທາງການ ສະພາບໍລິຫານ ໄດ້ປະກອບທຶນເພື່ອບໍລິຫານ 12 ຕື້ກີບ, ພາຍຫຼັງສ້າງຕັ້ງ ແລະ ເຄື່ອນໄຫວມາຮອດປັດຈຸບັນ ໄດ້ຮັບທຶນກູ້ຢືມ 280, 9 ຕື້ກີບ, ໃນນີ້ທຶນກູ້ຢືມຈາກກະຊວງການເງິນ 50 ຕື້ກີບ, ກູ້ຢືມ ຈາກກະຊວງການຄ້າ 25 ຕື້ກີບ, ກູ້ຢືມຈາກທະນາຄານ 205, 4 ຕື້ກີບ ແລະ ກູ້ຢືມນໍາແຂວງ 500 ລ້ານກີບ, ໃນນັ້ນວຽກງານສິນເຊື່ອ ກ່ອນບໍ່ທັນມີກອງທຶນພັດທະນາໄຊສົມບູນ ໄດ້ມີການສະໜອງສິນເຊື່ອຂອງບາງທະນາຄານ 79 ຕື້ ກີບ, ພາຍຫຼັງມີກອງທຶນ ໄດ້ສະໜອງທຶນໃຫ້ສັງຄົມ 470 ຕື້ກີບ ໃນນັ້ນ: ກອງທຶນສະໜອງທຶນ 295 ຕື້ກີບ; ປະເພດຜະລິດຕະພັນສິນເຊື່ອ ປະກອບດ້ວຍສິນ SME, ສິນເຊື່ອ ບຸກຄົນທົ່ວໄປ, ສິນເຊື່ອລາຍຍ່ອຍ ແລະ ສິນເຊື່ອລາຍກຸ່ມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດກອງທຶນພັດທະນາໄຊສົມບູນ ໃຫ້ສອດຄ່ອງກັບທິດທາງແຜນການ ຂອງທະນາຄານແຫ່ງ ສປປ ລາວ ເພື່ອກໍານົດກົນໄກການປະສານງານ, ການຕິດຕາມປະເມີນຜົນ ແລະ ແຜນການເຄື່ອນໄຫວຮ່ວມກັນ ໃນຕໍ່ໜ້າ ລະຫວ່າງ ການນໍາແຂວງໄຊສົມບູນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃຫ້ກອງທຶນ ຖືກນໍາໃຊ້ຢ່າງຖືກຕອງຕາມເປົ້າໝາຍ.

ໂອກາດດັ່ງກ່າວ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກ ໃຫ້ກອງທຶນພັດທະນາໄຊສົມບູນ ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນແຜນນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງ ໃນແຕ່ລະໄລຍະໃຫ້ເລິກເຊິ່ງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານເປັນບັນຫາກົກ ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ-ສອດຄ່ອງ ກັບສະພາບຄວາມເປັນຈິງ ໃນສະເພາະໜ້າ ແລະ ຍາວນານ, ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດກັບຜູ້ປະກອບການ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດວຽກງານພັດທະນາກອງທຶນ ໃຫ້ແຂງແຮງເປັນຕົ້ນແມ່ນ ການປັບປຸງ, ການຂຽນຕຳແໜ່ງງານ, ການສັບຊ້ອນບັນຈຸພະນັກງານ-ລັດຖະກອນ ເຂົ້າໃສ່ແຕ່ລະຂະແໜງການ ໃຫ້ຖືກຕ້ອງສອດຄ່ອງຕາມສາຍວິຊາສະເພາະທີ່ຮຽນມາ ພ້ອມນີ້ ກໍໃຫ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາໄຊສົມບູນ ໃນຕໍ່ໜ້າ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.

ພາບ-ຂ່າວ: ຟອງ ນໍນິນທາ