
ໃນລະຫວ່າງວັນທີ 11-13 ສິງຫາ 2026 ຄະນະຈັດຕັ້ງໂຄງການຂະຫຍາຍນ້ຳປະປາ, ສຸຂາພິບານ ແລະ ອານາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ ຮ່ວມກັບ ທີມງານທະນາຄານໂລກ ໄດ້ລົງຕິດຕາມ ຊຸກຍູ້ ການກໍ່ສ້າງລະບົບນ້ຳປະປາກຸ່ມບ້ານ ແລະ ຊຸມຊົນ ຢູ່ເມື່ອງຫົວເມືອງ, ແຂວງຫົວພັນ. ການລົງເຄື່ອນໄຫວວຽກຄັ້ງນີ້ນຳພາໂດຍ ທ່ານ ອຸ່ນ ໄຊຍະວົງໄກສອນ ຮອງຫົວໜ້າກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ຕາງໜ້າການນໍາ ພະແນກໂຍທາທິການ ແລະ ຂົນສົ່ງ, ລັດວິສາຫະກິດນໍ້າປະປາແຂວງ, ການນໍາເມືອງຫົວເມືອງ, ເມືອງຊ່ອນ, ບໍລິສັດທີ່ປຶກຄວອບຄຸມການກໍ່ສ້າງ ແລະ ບໍລິສັດຜູ້ຮັບເໝົາ ເຂົ້າຮ່ວມ.
ການລົງຕິດຕາມ ຊຸກຍູ້ ກວດກາ ການກໍ່ສ້າງລະບົບນ້ຳປະປາກຸ່ມບ້ານ ແລະ ຊຸມຊົນ ຢູ່ເມື່ອງຫົວເມືອງ, ແຂວງຫົວພັນ. ແມ່ນເພື່ອກວດກາຄວາມສໍາເລັດການກໍ່ສ້າງນໍ້າປະປາ ກຸ່ມບ້ານ ເປັນຄັ້ງສຸດທ້າຍກ່ອນ ສົງມອບໃຫ້ ລັດວິສາຫະກິດ ນ້ຳປະປາ ສືບຕໍ່ຄຸ້ມຄອງ, ພັດທະນາ ແລະ ເສີມຂະຫຍາຍຕໍ່ໄປໃຫ້ຍືນຍົງ. ເຊິ່ງການລົງການລົງຕິດຕາມ ຊຸກຍູ້ ກວດກາ ໃນຄັ້ງນີ້ມີໂຮງງານຜະລິດນໍ້າປະປາ ກຸ່ມບ້ານສົບເລົ່າ ເມືອງຫົວເມືອງ ມີກໍາລັງການຜະລິດ 430ມ3/ວັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນໂຄງການ ຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອານາໄມ 4 ແຂວງພາກເໜືອ ໄດ້ເລີ່ມດໍາເນີນການກໍ່ສ້າງ ແຕ່ ເດືອນຕຸລາ 2024 - ເດືອນທັນວາ 2025, ປະຈຸບັນການກໍ່ສ້າງໄດ້ສໍາເລັດຕົວຈິງຕາມສັນຍາ ໃນເດືອນທັນວາ 2025 100%, ມີຈໍານວນພື້ນທີ່ບໍລິການກວມເອົາ 4 ບ້ານ, ມີຜູ້ຊົມໃຊ້ນໍ້າທັງໝົດ 347 ຄອບຄົວ ເທົ່າກັບ 100% ໃນສັນຍາ. ລະບົບນໍ້າປະປາແຫ່ງນີ້ ເປັນໂຄງການກໍ່ສ້າງໂຄງລ່າງພື້ນຖານ ທີ່ສໍາຄັນຫລາຍ ທີ່ປະຊາຊົນ ກຸ່ມບ້ານສົບເລົ່າ ເມືອງຫົວເມືອງ ໄດ້ລໍຖ້າ ຄອງຄອຍມາເປັນເວລາຫລາຍປີ, ທັງເປັນປັດໄຈສໍາຄັນໃນການປະຕິບັດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະບານ.
ໃນໂອກາດນີ້, ພາຍຫຼັງໄດ້ລົງເຄື່ອນໄຫວຕິດຕາມ ຊຸກຍູ້ ກວດກາຄວາມສໍາເລັດ ການກໍ່ສ້າງໂຮງງານຜະລິກນໍ້າປະປາ ທ່ານ ອຸ່ນ ໄຊຍະວົງໄກສອນ ຮອງຫົວໜ້າກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຄະນະ ໄດ້ມີຄໍາເຫັນຊີ້ນໍາບາງບັນຫາເປັນຕົ້ນ: ໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງເອົາໃຈໃສ່ສ້ອມແປງຄືນບັນດາໜ້າວຽກທີ່ຄະນະກວດກາໄດ້ແນະນໍາ, ເຊິ່ງບັນດາໜ້າວຽກທີ່ຕ້ອງໄດ້ແກ້ໄຂບາງຈຸດ ພ້ອມທັງໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ລັດວິສາຫະກິດນໍ້າປະປາ ແຂວງຫົວພັນ ສົມທົບກັນ ເພື່ອກະກຽມພະນັກງານເຂົ້າມາບໍລິການ ກ່ອນການມອບຮັບ ແລະ ເປີດການສະໜອງນໍ້າປະປາໃຫ້ພໍ່່ແມ່ປະຊາຊົນໄດ້ນໍາໃຊ້ຢ່າງເປັນທາງການ ເພື່ອໃຫ້ປະຊາຊົນຂອງສອງເມືອງດັ່ງກ່າວ ໄດ້ຊົມໃຊ້ນ້ຳປະປາສະອາດ ແລະ ປອດໄພ ທີ່ຮັບປະກັນຄຸນະພາບ.