ແຂວງອັດຕະປື ເອົາແທ້! ກວດຊັ່ງລົດບັນທຸກ 8,000 ກວ່າຄັນ ພົບນ້ຳໜັກເກີນ 68 ຄັນ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງການສັນຈອນ! ສະຫຼຸບຜົນງານ 6 ເດືອນຕົ້ນປີ 2026 ດຳເນີນການຕິດຊັ່ງກວດກາລົດບັນທຸກແລ້ວ 8,333 ຄັນ, ເພື່ອປ້ອງກັນ ແລະ ຫຼຸດຜ່ອນການຊຳລຸດຂອງເສັ້ນທາງ ໂດຍພົບລົດທີ່ແບກນ້ຳໜັກເກີນໂຄຕ້າເຖິງ 68 ຄັນ. ພ້ອມນີ້, ກໍໄດ້ເຜີຍຄວາມຄືບໜ້າການພັດທະນາຂົວທາງ ແລະ ວາງແຜນລຸຍວຽກງານ 6 ເດືອນທ້າຍປີຢ່າງຕໍ່ເນື່ອງ.

ວັນທີ 13 ສິງຫາ 2026 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2026 ຂື້ນທີ່ພະແນກດັ່ງກ່າວ.
ໂດຍການເປັນປະທານຂອງທ່ານ ພອນໄຊ ໄກສອນເສນາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ອັດຕະປື, ມີພະແນກການອ້ອມຂ້າງແຂວງ ແລະ ເມືອງ, ມີອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງທອງ ທຳມານຸວົງ ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໄດ້ຍົກໃຫ້ເຫັນວ່າ:
ໄລຍະຜ່ານມາພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃດ້ໃສ່ ສືບຕໍ່ບັນດາໂຄງການ, ເປັນຕົ້ນ ໂຄງການ ກໍ່ສ້າງສ້ອມແປງ ທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງເມືອງ, ທາງຊົນນະບົດ, ທາງຕົວເມືອງ, ໂຄງການກໍ່ສ້າງເຄຫາສະຖານ, ວຽກງານຂົນສົ່ງ ແລະ ວຽກງານອື່ນໆ ທີ່ຂື້ນກັບຂະແໜງ ໂຍທາທິການ ແລະ ຂົນສົ່ງ.
ພາຍໃນແຂວງ ມີເສັ້ນທາງລວງຍາວທັງໝົດ 1,658 ກວ່າ ກມ ທຽບໃສ່ປີ 2025 ເພີ່ມຂຶ້ນ 2.26%. ໃນນັ້ນ ປູອັດສະພານ 109 ກວ່າ ກມ ທຽບໃສ່ປີ 2025 ຫຼຸດລົງ 7.11%, ປູຄອນກຣິດ 3.47 ກມ, ປູຢາງ 537 ກວ່າ ກມ ທຽບໃສ່ປີ 2025 ເພີ່ມຂຶ້ນ 10.61%, ປູແຮ່/ປູດິນແດງ 851 ກວ່າ ກມ ທຽບໃສ່ປີ 2025 ເພີ່ມຂຶ້ນ 30.55%, ດິນທໍາມະຊາດ 158 ກວ່າ ກມ ທຽບໃສ່ປີ 2025 ຫຼຸດລົງ 18.23%
ໃນນັ້ນວຽກຂົວທາງ - ທາງນໍ້າ: ມີ 10 ໂຄງການ ມູນຄ່າທັງໝົດ 549 ຕື້ 873 ລ້ານກວ່າກີບ, ປະຕິບັດໄດ້ 404 ຕື້ 791 ລ້ານກວ່າກີບ ເທົ່າກັບ 73.62%. ທາງຫຼວງແຫ່ງຊາດ: ມີ 3 ໂຄງການ: ລວມມູນຄ່າ 277 ຕື້ 918 ລ້ານກວ່າ ກີບ, ປະຕິບັດໄດ້ 174 ຕື້ 286 ລ້ານກວ່າກີບ ເທົ່າກັບ 62.71%. ທາງຫຼວງທ້ອງຖີ່ນ: ມີ 6 ໂຄງການ ລວມມູນຄ່າ 141 ຕື້ 309 ລ້ານກວ່າ ກີບ, ປະຕິບັດໄດ້ 99 ຕື້ 585 ລ້ານກວ່າ ກີບ ເທົ່າກັບ 70.67%.
ວຽກງານທາງນໍ້າ ໂຄງການກໍ່ສ້າງຕາຝັ່ງເຈື່ອນ ບ້ານໃຫ່ຍເຊກະໝານ ມີ1 ໂຄງການ, ມີ 2ຊ້ວງ.2ສັນຍາ ລວມມູນຄ່າ 130 ຕື້ 645ລ້ານກວ່າ ກີບ, ປະຕິບັດໄດ້ 100%.
ວຽກຕິດຊັ່ງນໍ້າໜັກລົດບັນທຸກ ໄດ້ຕິດຊັ່ງນໍ້າໜັກກວດກາຕິດຊັ່ງທັງໝົດ 8.333 ຄັນ, ບໍລິມາດທັງໝົດ 166.989 ກວ່າໂຕນ. ໃນນັ້ນ ລົດບັນທຸກນໍ້າໜັກເກີນ: 68 ຄັນ ບໍລິມາດ: 216 ກວ່າໂຕນ.
ວຽກເຄຫາຜັງເມືອງ: ລວມມີ 4 ໂຄງການ, ລວມມູນຄ່າ 78 ຕື້ 390 ລ້ານກວ່າກີບ, ປະຕິບັດໄດ້
38 ຕື້ 787 ລ້ານກວ່າກີບ ເທົ່າກັບ 49,48%. ຄ້າງປະຕິບັດ 39 ຕື້ 603 ລ້ານກວ່າກີບ ເທົ່າກັບ 50.52% ແລະ ວຽກງານສຳຄັນອື່ນໆ.
ທ່ານ ວຽງທອງ ທຳມານຸວົງ ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ ຍັງໄດ້ຍົກໃຫ້ເຫັນແຜນການ 6 ເດືອນທ້າຍປີ ໂດຍສະເພາະຈະໄດ້ສືບຕໍ່ ໂຄງການສ້ອມແປງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ, ສືບຕໍ່ໂຄງການກໍ່ສ້າງຕາຝັ່ງເຈື່ອນ ບ້ານໃຫຍ່ເຊກະໝານ 2 ຊ່ວງ, ສືບຕໍ່ໂຄງການກໍ່ສ້າງຕາຝັ່ງເຈື່ອນ 2 ຊ້ວງ ລຽບແຄມນໍ້າເຊກອງ ເລີ່ມແຕ່ທ່າຜາມໄຊເຮືອຊ່ວງ - ຫຼັງໂຮງໝໍແຂວງ, ສືບຕໍ່ ກວດກາຕິດຕາມ ຕິດຊັ່ງນ້ຳໜັກລົດບັນທຸກ, ສືບຕໍ່ວຽກງານເຄຫາຜັງເມືອງ, ນໍ້າປະປາ ແລະ ວຽກຂົນສົ່ງ ຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍ ຂອງປະທານອົງການປົກຄອງແຂວງ ແລະ ໃບຊົມເຊີຍ ຂອງພະແນກ ຍທຂ ແຂວງ ໃຫ້ 6 ບໍລິສັດ ທີ່ມີຜົນງານດີເດັ່ນ ປະກອບສ່ວນທຶນຮອນ ແລະ ແກ້ໄຂຖົມຂຸມ ຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 1 ໄອ ຢ່າງສົມກຽດ.
ຂ່າວ ສິດຕິພອນ