
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ 7 ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030) ໃຫ້ປະກົດຜົນເປັນຈິງ, ອົງການປົກຄອງແຂວງບໍ່ແກ້ວ ໄດ້ອະນຸມັດໂຄງການສ້ອມແປງພື້ນຖານອາຄານດ່ານສາກົນຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ) ເພື່ອຍົກລະດັບການບໍລິການເຂົ້າ-ອອກ ໃຫ້ມີຄວາມສະດວກ, ທັນສະໄໝ ແລະ ສ້າງໂສມໜ້າໃໝ່ໃຫ້ກັບແຂວງ ກໍ່ຄື ສປປ ລາວ.
ທ່ານ ປອ ຊາຍພອນ ເພັດບຸນມີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 4 ໄດ້ໃຫ້ຮູ້ວ່າ: ດ່ານສາກົນຂົວມິດຕະພາບ 4 ເປີດນໍາໃຊ້ຢ່າງເປັນທາງການມາແຕ່ທ້າຍປີ 2013, ມາຮອດປະຈຸບັນແມ່ນມີອາຍຸການນໍາໃຊ້ເກືອບ 13 ປີ, ເຮັດໃຫ້ອາຄານມີການຊຸດໂຊມ ແລະ ເປ່ເພຕາມກາລະເວລາມາໂດຍຕະຫຼອດ.ສະນັ້ນ, ເພື່ອຮັບປະກັນໃຫ້ແຂວງບໍ່ແກ້ວ ເປັນໃຈກາງບໍລິການທາງຜ່ານ ເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງພາກເໜືອ ແລະ ປະເທດໃນອານຸພາກພື້ນ,ທາງແຂວງຈຶ່ງໄດ້ຕົກລົງຟື້ນຟູອາຄານດັ່ງກ່າວ ຕາມມາດຕາ 42 ຂອງກົດໝາຍວ່າດ້ວຍການກໍ່ສ້າງ.ເຊິ່ງເປັນໂຄງການລົງທຶນຂອງລັດ 100% ໃນມູນຄ່າ 29,508,000,000 ກີບ,ມີໄລຍະເວລາຈັດຕັ້ງປະຕິບັດ 18 ເດືອນ ໂດຍແມ່ນ ບໍລິສັດ ຮວຍຍິນ ກໍ່ສ້າງເຄຫະສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ. ອາຄານດ່ານເປັນອາຄານ 2 ຊັ້ນ (ກວ້າງ 93 ແມັດ, ຍາວ 187 ແມັດ, ສູງ 12-25 ແມັດ) ມີທັງໝົດ 18 ໜ້າວຽກໃຫຍ່ ແລະ 84 ລາຍການຍ່ອຍ.ໜ້າວຽກບູລິມະສິດ:ແມ່ນໄດ້ເລັ່ງໃສ່ສ້ອມແປງຫ້ອງນໍ້າສາທາລະນະ (ຂາເຂົ້າ-ຂາອອກ), ສ້ອມແປງຫຼັງຄາຈຸດທີ່ຮົ່ວໄຫຼ, ປັບປຸງລະບົບໄຟຟ້າພາຍໃນອາຄານ ແລະ ເສົາໄຟຟ້າແຮງສູງ30 ແມັດ ຈໍານວນ 11 ເສົາ, ພ້ອມທັງຮື້ຖອນ ແລະ ປູກະໂລ້ພື້ນໃໝ່. ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນພຶດສະພາ 2026,ມາຮອດປະຈຸບັນສໍາເລັດແລ້ວ 30%. ໃນນັ້ນ, ໄດ້ສ້ອມແປງ ແລະ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ,ສ້ອມແປງລະບົບໄຟຟ້າ, ທາສີ, ຮື້ຖອນ-ປູກະໂລ້ ແລະ ແກ້ໄຂຫຼັງຄາຮົ່ວໄດ້ບາງຈຸດແລ້ວ.ເຖິງຢ່າງໃດກໍດີ,ການຈັດຕັ້ງປະຕິບັດແມ່ນພົບຂໍ້ຫຍຸ້ງຍາກ ເນື່ອງຈາກອາຄານມີຄວາມສູງ ແລະ ຕ້ອງໄດ້ດໍາເນີນການສ້ອມແປງໄປຄຽງຄູ່ກັບການໃຫ້ບໍລິການເຂົ້າ-ອອກ ຂອງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ.
ໂອກາດນິ້, ທ່ານ ປອ ຊາຍພອນ ເພັດບຸນມີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 4 ຂໍອະໄພ ຕໍ່ຄວາມບໍ່ສະດວກຂອງແຂກພາຍໃນ ແລະ ຕ່າງປະເທດ ໃນໄລຍະດໍາເນີນການສ້ອມແປງ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ ອົງຄະນະພັກແຂວງ ແລະ ຄະນະກຳມະການປົກຄອງແຂວງບໍ່ແກ້ວ ທີ່ໄດ້ສະໜອງງົບປະມານ ແລະ ຊີ້ນໍາຢ່າງໃກ້ຊິດ. ເຊື່ອໝັ້ນວ່າ ຫຼັງຈາກໂຄງການນິ້ສໍາເລັດ 100% ຈະເຮັດໃຫ້ດ່ານສາກົນຂົວມິດຕະພາບ 4 ມີຄວາມສວຍງາມ, ທັນສະໄໝ, ອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ ແລະ ດຶງດູດການທ່ອງທ່ຽວ-ການຂົນສົ່ງສິນຄ້າ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ: ເງິນຫຼົງ ຈິດພູວົງ.