.

ຄະນະບໍລິຫານງານ ສະໂມສອນ ເບ ສະຫວັນ ແລະກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ວາງພວງມາລາຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
.
ໃນວັນທີ 11 ສິງຫາ 2026 ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນໍາຫຼັກແຫຼ່ງຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ, ເປັນຜູ້ນຳທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

ສະໂມສອນ ເບ ສະຫວັນ ເອັບຊີ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ ຂໍສະແດງຄວາມເສຍໃຈ ແລະຂໍຮ່ວມໄວ້ອາໄລຢ່າງສຸດຊຶ້ງ ແລະ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະຊາບຊຶ້ງຕໍ່ຄຸນງາມຄວາມດີທີ່ທ່ານໄດ້ເສຍສະຫຼະ ເພື່ອປະເທດຊາດ ແລະປວງຊົນລາວ ທັງຊາດ.

ສະໂມສອນ ເບ ສະຫວັນ ເອັບຊີ ແລະກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ ຂໍແບ່ງເບົາຄວາມທຸກຄວາມໂສກທີ່ໄດ້ສູນເສຍບຸກຄົນສຳຄັນໄປໃນຄັ້ງນີ້ນໍາ ພັກ-ລັດ, ປວງຊົນລາວທັງຊາດ ແລະຄອບຄົວ ພົມວິຫານ. ດ້ວຍຄວາມອາໄລຮັກ ແລະຂໍນ້ອມລໍາລຶກເຖິງຄຸນງາມຄວາມດີຂອງທ່ານຕະຫຼອດໄປ.

ຂ່າວ: ສສກ