
ວັນທີ 11 ສິງຫາ 2026 ທາງສະມາຄົມນັກທຸລະກິດແມ່ຍິງ ທົ່ວປະເທດ ນຳໂດຍທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລສະຫາຍ ໄຊສົມພອນ ພົມ ວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທີ່ໄດ້ເຖິງແກ່ມໍລະ ນະກໍາໃນເວລາ 11:18 ໂມງຂອງວັນທ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ສົບໄດ້ບຳເພັນກຸສົນໄວ້ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ການວາງພວງມະລາຄັ້ງນີ້ເປັນການສະແດງເຖິງຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ເຊີ່ງແມ່ນໜຶ່ງໃນການນໍາຫຼັກແຫຼ່ງຂອງສູນກາງພັກ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ ຕະຫຼອດຊີວິດຂອງເພີ່ນໄດ້ອຸທິດເຫື່ອແຮງ ສະຕິປັນຍາ ແລະ ກໍາລັງວັງຊາເຂົ້າໃນພາລະກິດປະຕິວັດຂອງພັກ-ລັດ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.