ສຶກສາຟື້ນຟູໂຄງການຊົນລະປະທານ ແຂວງຈໍາປາສັກ

ເມືອງໂພນທອງ ແມ່ນເປັນເມືອງໜຶ່ງຂອງແຂວງຈໍາປາສັກ ມີເນື້ອທີ່ຜະລິດກະສິກຳກວ້າງຂວາງ ແລະ ຮາບພຽງດີ ທີ່ເປັນທ່າແຮງໃຫ້ແກ່ການຜະລິດກະສິກໍາ (ປູກຝັງ ແລະ ລຽ້ງສັດ) ແຕ່ການສະໜອງນໍ້າຊົນລະປະທານ ຍັງບໍ່ພຽງພໍ ແລະ ບໍ່ທັນທົ່ວເຖີງ ໂດຍສະເພາະແມ່ນການຜະລິດລະດູແລ້ງ (ປູກເຂົ້າ ແລະ ພຶດເສດຖະກິດ) ຍ້ອນໂຄງການຊົນລະປະທານທີ່ມີແລ້ວ ສ່ວນຫຼາຍແມ່ນກໍ່ສ້າງມາຫຼາຍປີ, ສະພາບເກົ່າແກ່ຊຸດໂຊມ, ເປ້ເພເສຍຫາຍ ແລະ ບາງໂຄງການແມ່ນໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໂດຍສະເພາະໄພນໍ້າຖ້ວມ.

ສະນັ້ນ, ໃນວັນທີ 7 ສິງຫາ 2026 ທີ່ຫອ້ງປະຊຸມ ຂອງກົມຊົນລະປະທານ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ສຶກສາ, ສຳຫຼວດ-ອອກແບບ ເພື່ອຟື້ນຟູໂຄງການຊົນລະປະທານ ຈັກສູບນໍ້າ ລຽບຕາມແຄມນໍ້າຂອງ ເຂດເມືອງໂພນທອງ, ແຂວງຈໍາປາສັກ ຈໍານວນ 4 ໂຄງການ. ໃນພິທີ ທ່ານ ຄໍາພອນ ບຸນນາວົງ ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື, ກົມຊົນລະປະທານ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບ ແຜນສຶກສາ, ສຳຫຼວດ-ອອກແບບ ແລະ ໄດ້ວາງແຜນພັດທະນາວຽກງານຊົນລະປະທານ ໃນຂອບເຂດທົ່ວປະເທດ ໃນຕໍ່ໜ້າ 2026-2030 ແລະ ຍຸດທະສາດຮອດປີ 20240. ໜຶ່ງໃນນັ້ນ ແມ່ນໄດ້ຖືເອົາວຽກງານການຟື້ນຟູສ້ອມແປງໂຄງການຊົນລະປະທານ ທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດກັບມານໍາໃຊ້ໄດ້ປົກກະຕິ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດ, ຄໍ້າປະກັນດ້ານສະບຽງອາຫານ, ໂພຊະນາການ ແລະ ຜະລິດເປັນສິນຄ້າ, ໂດຍສະເພາະແຜນສຶກສາ, ສຳຫຼວດ-ອອກແບບໂຄງການຊົນລະ ປະທານຈັກສູບນໍ້າລຽບຕາມແຄມນໍ້າຂອງ ຢູ່ເມືອງໂພນທອງ, ແຂວງຈໍາປາສັກ ຈໍານວນ 4 ໂຄງການ ຄື:
1) ສຶກສາ, ສໍາຫຼວດ-ອອກແບບ ໂຄງການຈັກສູບນໍ້າ ບ້ານສະຫວ່າງ;
2) ສຶກສາ, ສໍາຫຼວດ-ອອກແບບ ໂຄງການຈັກສູບນໍ້າ ບ້ານໂພສີ;
3) ສຶກສາ, ສໍາຫຼວດ-ອອກແບ ໂຄງການຈັກສູບນໍ້າ ບ້ານສັກເມືອງ;
4) ສຶກສາ, ສໍາຫຼວດ-ອອກແບບ ໂຄງການຈັກສູບນໍ້າ ບ້ານພະລິງ.

ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສຳຄັນຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ຂຶ້ນ ລະຫວ່າງ ກົມຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກຸ່ມບໍລິສັດ ຫົງຄໍາພາກໃຕ້ ຈໍາກັດຜູ້ດຽວ. ຕາງໜ້າລົງນາມໂດຍ ທ່ານ ປອ ຄໍາພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ແລະ ຝ່າຍບບໍລິສັດ ນຳໂດຍ ທ່ານ ນ ແກ່ນຈັນ ບຸດດາວົງ ປະທານ ກຸ່ມບໍລິສັດ ຫົງຄໍາພາກໃຕ້ ຈໍາກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ນ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ນອກຈາກນັ້ນຍັງມີ ທ່ານຫົວໜ້າຫ້ອງການກະຊວງ, ທ່ານຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານຮອງຫົວໜ້າກົມຊົນລະປະທານ, ທ່ານຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ທ່ານຫົວໜ້າຂະແໜງຊົນລະປະທານ ແຂວງຈໍາປາສັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮວ່ມຢ່າງ.

ພາບ-ຂ່າວໂດຍ: ຂັນວິຈິດ
ເຜີຍແຜ່ໂດຍ: ພະແນກເຕັກ