
ວັນທີ 7 ສິງຫາ 2026, ທ່ານ ສຸກດາວັນ ແສນທະວີສຸກ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງຈໍາປາສັກ ພ້ອມດ້ວຍການນໍາຂະແໜງການທີ່ກ່ຽວຂ້ອງຂອງພະແນກ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງສຸຂຸມາ. ກ່ອນອື່ນ ໄດ້ພົບປະກັບຄະນະພັກ - ອົງການປົກຄອງເມືອງ ແລະ ຄະນະກຳມະການຄຸ້ມຄອງລາຄາສິນຄ້າ - ຄ່າບໍລິການຂັ້ນເມືອງ ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ມີທ່ານ ພອນພິລຸນ ນໍລະສິນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍການນໍາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ການນໍາຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ປຶກສາຫາລື ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດວ້ຍການເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ ດ້ານຊັບພະຍາກອນທຳມະຊາດ ແລະ ຄໍາສັ່ງ ເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດວ້ຍການຕິດຕາມກວດກາ ແລະ ແກ້ໄຂແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍຕາມບັນດາສາຍນໍ້າ, ຮ່ອງຫວ້ຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນ ຂອບເຂດທົ່ວປະເທດ; ຄໍາສັ່ງເລກທີ 40/ນຍ, ກ່ຽວກັບສະພາບການ, ບັນຫາ ແລະ ການແກ້ໄຂຕໍ່ບັນຫາການຂາດແຄນດ້ານພະລັງງານ (ນໍ້າມັນເຊື້ອໄຟ). ພ້ອມນີ້ຍັງໄດ້ຊຸກຍູ້ການເຄື່ອນໄຫວກວດກາ, ຄຸ້ມຄອງຕະຫຼາດ, ຄຸ້ມຄອງລາຄາສີນຄ້າຕາມທ້ອງຕະຫຼາດ, ຄ່າບໍລິການ ແລະ ນໍ້າມັນເຊື້ອໄຟ, ວຽກງານຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໂດຍສະເພາະແມ່ນການຄຸ້ມຄອງຊິງຊັ່ງຕ່າງໆ, ການສ້າງ ແລະ ພັດທະນາຕະຫຼາດ, ການສ້າງແຜນ, ສ້າງລະບຽບໃນການເຄື່ອນໄຫວວຽກງານຕ່າງໆທີ່ປິ່ນອ້ອມ ແລະ ຕິດພັນກັບວຽກງານອຸດສາຫະກໍາ ແລະ ການຄ້າ. ການແບ່ງຂັ້ນຄຸ້ມຄອງວຽກງານດັ່ງກ່າວ ລະຫວ່າງ ແຂວງ ແລະ ເມືອງ.
ຈາກນັ້ນ, ກໍໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ການຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ທີ່ພົ້ນເດັ່ນ ແລະ ເຂັ້ມແຂງຂອງເມືອງເປັນຕົ້ນແມ່ນການຜະລິດເຫຼົ້າຂາວ ບ້ານທ່າແສງ. ພ້ອມນີ້, ກໍໄດ້ຕິດຕາມ, ຊຸກຍູ້ວຽກງານການຄ້າ ຢູ່ຕະຫຼາດໃໝ່ຊ່ອງຕະອູ ໂດຍສະເພາະແມ່ນເຂດສໍາປະທານໃໝ່ ໃນເນື້ອທີ່ປະມານ 7 ເຮັກຕາ. ທັງນີ້, ກໍເພື່ອກະຕຸກຊຸກຍູ້ໃຫ້ວຽກງານອຸດສາຫະກໍາ ແລະ ການຄ້າຂອງເມືອງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີສໍາເລັດ.
ຂ່າວ: ທູນທອງໃຈ