
ອີງຕາມສຳນັກຂ່າວສານຫວຽດນາມ, ເພື່ອສະແດງຄວາມເສົ້າສະລົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ບົນພື້ນຖານສາຍພົວພັນພິເສດ ລະຫວ່າງ ຫວຽດນາມ ແລະ ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ, ແຕ່ວັນທີ 10 ຫາ 11 ສິງຫາ.
ບັນດາອົງການ, ຫ້ອງການທົ່ວປະເທດ ແລະ ບັນດາອົງການຕົວແທນຫວຽດນາມ ຢູ່ຕ່າງປະເທດ ໄດ້ຮັບການຊີ້ນຳໃຫ້ຫຼຸດທຸງຊາດລົງເຄິ່ງເສົາ ແລະ ພັນຜ້າແພດຳ. ພ້ອມດຽວກັນນັ້ນ, ກິດຈະກຳບັນເທີງ ແລະການສະຫຼອງມ່ວນຊື່ນຕ່າງໆໃນຂອບເຂດທົ່ວປະເທດກໍຈະໄດ້ງົດໃນໄລຍະໄວ້ອາໄລດັ່ງກ່າວ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026, ຢູ່ສະໜາມຫລວງ, ນະຄອນຫລວງວຽງຈັນ.
ທີ່ມາ: ຂປລ