ພູຊ້າງແຫ່ ແຫຼ່ງທ່ອງທ່ຽວທາງທໍາມະຊາດ

   ເມືອງວິລະບູລີເຕັມໄປດ້ວຍສະຖານທີ່ທ່ອງທ່ຽວບໍ່ວ່າຈະເປັນທາງດ້ານວັດທະນະທໍາຮີດຄອງປະເພນີ, ຮ່ອງຮອຍປະຫວັດສາດແລະທໍາມະຊາດທີ່ສວຍງາມ, ສະເພາະ ແຫ່ຼງທ່ອງທ່ຽວທາງທໍາມະຊາດຖືວ່າມີບັນຍາກາດຟົດຟື້ນເປັນພິເສດ, ໃນນີ້ພູຊ້າງແຫ່ເຫັນວ່າໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນຈາກບັນດານັກທ່ອງທ່ຽວທັພາຍໃນແລະຕ່າງປະເທດທີ່ສໍາຄັນທໍາມະຊາດອ້ອມພູແມ່ນສຸດແສນສວຍງາມ.

   ພູຊ້າງແຫ່ຖືເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດອີກແຫ່ງໜຶ່ງຂອງແຂວງສະຫວັນນະເຂດທີ່ໄດ້ຮັບຄວາມສົນໃຈໂດຍການໄປທ່ຽວຊົມຂອງບັນດານັທ່ອງທ່ຽວທັງພາຍໃນແລະຕ່າງປະເທດເປັນຈໍານວນຫຼວງຫຼາຍໃນແຕ່ລະວັນໂດຍສະເພາະວັນພັກການແລະວັນເທສະການຕ່າງໆເນື່ອງຈາກວ່າເປັນພູທີ່ມີຄວາມສວຍງາມຕະການຕາຍາມເມື່ອພົບເຫັນ, ອຸດົມສົມບູນໄປດ້ວຍ ຜືນປ່ານາໆຊະນິດຂຽວກະຈີອັນມີອາດກາດສົດຊື່ນບໍລິສຸດຊຶ່ງເໝາະສົມທີ່ສຸດໃນການຍ່າງທ່ຽວຊົມທໍາມະຊາດອາກາດບໍລິສຸດຍິ່ງຍາມອາກາດແບບນີ້ຖ້າໄດ້ສໍາຜັດຄືຈະເຢັນສະບາຍຄາຍຄຽດໄດ້ເປັນຢ່າງດີຄວາມອຸດົມສົມບູນດ້ານທໍາມະຊາດ, ອາກາດທີ່ແສນບໍລິສຸດຂອງພູດັ່ງກ່າວໄດ້ສ້າງແຮງຈູງໃຈແກ່ບັນດານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເດີນທາງມາທ່ຽວຊົມຢ່າງຫຼວງຫຼາຍໃນແຕ່ລະປີແລະມີບາດກ້າວເພີ່ມຂຶ້ນເລື້ອຍໆຊຶ່ງສະຖານທີ່ພູຊ້າງແຫ່ແມ່ນຕັ້ງຢູ່ເຂດເມືອງວິລະບູລີ ໄລຍະຫ່າງຈາກຕົວເມືອງ 40 ກິໂລແມັດ.

   ເອົາເປັນວ່າບັນດານັກທ່ອງທ່ຽວທ່ານໃດທີ່ສົນໃຈ ຫຼື ມີແຜນຢາກຈະໄປທ່ອງທ່ຽວໃນວັນພັກການກໍສາມາດໄປທ່ຽວຊົມແຫຼ່ງທ່ອງທ່ຽວແຫ່ງນີ້ກັນໄດ້ເຊື່ອແນ່ວ່າການໄປ ຂອງທ່ານໃນເທື່ອນີ້ຈະບໍ່ຜິດຫວັງຢ່າງແນ່ນອນ.