2 ລັດວິສາຫະກິດລັດແລກປ່ຽນບົດຮຽນຮ່ວມກັນດ້ານທຸລະກິດ

ເພື່ອຂັບເຄື້ອນເຮັດໃຫ້ວຽກງານການບໍລິຫານຈັດການ ຂອງສອງຂົງເຂດເປັນໄປຕາມທິດທາງທີ່ກໍານົດໄວ້ ດັ່ງນັ້ນ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ລັດວິສາຫະກິດໄຟຟ້າລາວ ຈັບມືກັນເປີດກອງປະຊຸມພົບປະແລກ ປ່ຽນບົດຮຽນ ຂື້ນທີ່ຫ້ອງປະຊຸມຂອງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໂດຍການເປັນປະທານຮ່ວມຂອງທ່ານ ວຽງທອງ ວົງທະວິໄລ ຜູ້ອໍານວຍການ ລນລ ແລະ ທ່ານ ວິລະພອນ ວິຊຸນນະລາດ ຜູ້ອໍານວຍການລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ມີບັນດາທ່ານຮອງຜູ້ນໍານວຍການ ແລະບັນດາທ່ານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.

 ໜ່ວຍພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ຂຽນຫຍໍ ້ ໜພຖ.ລນລ) ແມ່ນໜ່ວຍພັກໜື່ງໄດ້ຮັບການສ້າງຕັ້ງຂຶ້ນຕາມມະຕິຕົກລົງ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງພັກ ຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສະບັບເລກທີ 0150/ຄບພ.ອຄ, ລົງວັນທີ15 ສິງຫາ 2024; ເຊິ່ງມີບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ອົງຄະນະພັກກະຊວງ ອຄ ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໜາ້ທີ່ການເມືອງຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ມີຄວາມເຂັ້ມແຂງທາງດ້ານການ ຈັດຕັ້ງ; ນໍາພາບັນດາຈຸພັກທີ່ຂຶ້ນກັບ, ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ - ພະນັກງານ, ເຊື່ອມຊືມ, ກໍາແໜ້ນແນວທາງ, ມະຕິຄໍາສັ່ງຂອງພັກ, ຂໍ້ກໍານົດ, ກົດໝາຍຂອງລັດວາງອອກ ໃນແຕ່ລະໄລຍະ ແລະ ຮບັປະກນັສໍາເລັດໜາ້ ທີ່ການເມືອງ ກໍ່ຄືວິຊາສະເພາະ ມີໜ້າທີ່ດໍາເນີນທຸລະກິດນໍາເຂົ້າ ແລະ ບໍລິການສະໜອງນໍ້າມັນເຊື້ອໄຟ ໃຫ້ທຸກພາກສ່ວນເສດຖະກິດສັງຄົມ,ຮັບປະກັນປະຕິບັດໜາ້ທີ່ການານເມື່ງຂອງລັດຖະບານ, ທັງຮັບປະກັນດໍາເນີນທຸລະກິດໃຫ້ມີຜົນກາໍໄລ ແນໃສ່ເປັນອົງການດັດສົມທຸລະກິດນໍ້າມັນເຊື້ອໄຟໃນ ສປປ ລາວ ແລະ ສາ້ງແຫ່ງຼລາຍຮັບໃຫ້ແກ່ລັດຖະ ບານແຫ່ງສປປ ລາວ.

 ທ່ານ ວຽງທອງ ວົງທະວິໄລ ຜູ້ອຳນວຍການ ລນລ ກ່າວວ່າ: ໃນປີ 2025 ວິສາຫະກິດສາມາດດຳເນີນວຽກໄດ້ຢ່າງມີປະສິດທິຜົນ ໂດຍສືບຕໍ່ປັບປຸງລະບົບການບໍລິຫານໃຫ້ໂປ່ງໃສ, ພັດທະນາລະບົບດິຈິຕອນ ແລະ ຍົກລະດັບມາດ ຕະຖານການບໍລິການ. ອັດຕາການສູນເສຍນ້ຳມັນຫຼຸດລົງ 8,34% ຈາກປີກ່ອນ ແລະ ຍັງໄດ້ພັດທະນາລະບົບ POS, ATG ແລະ SCADA ໃນການຄຸ້ມຄອງ.ຜົນການດຳເນີນທຸລະກິດໃນປີ 2025 ສາມາດສ້າງກຳໄລສຸດທິໄດ້ກວ່າ 70,24 ຕື້ກີບເພີ່ມຂຶ້ນ 70,29% ທຽບໃສ່ປີ 2024 ແລະ ສາມາດມອບລາຍຮັບເຂົ້າງົບປະມານລັດໄດ້ 1.023 ພັນຕື້ກີບ.ປັດຈຸບັນ ລນລ ມີພະນັກງານ 504 ຄົນ ຫຼຸດລົງ 19,75% ຈາກປີກ່ອນ, ມີສາງນ້ຳມັນ 19 ແຫ່ງ, ປ້ຳນ້ຳມັນຕົວແບບ 20 ແຫ່ງ ແລະ 7 ສາຂາ ຄອບຄຸມທົ່ວປະເທດ, ສຳລັບແຜນປີ 2026 ລນລ ຈະປັບປຸງປ້ຳນ້ຳມັນຕົວແບບ 6 ແຫ່ງ ແລະ ຂະຫຍາຍປ້ຳຕົວແທນ 30 ແຫ່ງ ພ້ອມຫັນມານຳໃຊ້ລະບົບດິຈິຕອນໃນການຄຸ້ມຄອງສາງ ແລະ ປ້ຳນ້ຳມັນ ເພື່ອຫຼຸດຕົ້ນທຶນ ແລະ ການສູນເສຍ ໂດຍຕັ້ງເປົ້າຫຼຸດການບົກແຫ້ງ-ລະເຫີຍອາຍລົງ 30% ຂອງເກນມາດຕະຖານ.

 ນອກຈາກນັ້ນ ຍັງຈະສຸມໃສ່ແກ້ໄຂໜີ້ທວງຍາກໃຫ້ຫຼຸດລົງ 50% ຕໍ່ປີ, ປັບປຸງສະຫວັດດີການພະນັກງານ, ພັດທະນາສາງນ້ຳມັນ ແລະ ປ້ຳບໍລິການ ພ້ອມທັງກະກຽມຈັດຫານ້ຳມັນສຳຮອງໃຫ້ແກ່ລັດຖະບານ.

 ສ່ວນແຜນຍຸດທະສາດໄລຍະ 2026-2030 ລນລ ຈະຮັບປະກັນການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍ ແລະ ທົ່ວເຖິງ, ປັບປຸງການຄຸ້ມຄອງບຸກຄະລາກອນ, ສ້າງລາຍຮັບໃຫ້ລັດ ແລະ ຕັ້ງເປົ້າຍອດຂາຍລວມ 5 ປີ ໃຫ້ບັນລຸ 1.880 ລ້ານລິດ ພ້ອມມຸ່ງໜ້າປ່ຽນ ລນລ ໃຫ້ເປັນບໍລິສັດມະຫາຊົນ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບໃນອະນາຄົດ.

 ສໍາລັບໃນກອງປະຊຸມຄັ້ງນີ້ ແມ່ນທັງສອງລັດວິສາຫະກິດ ຈະໄດ້ຮ່ວມກັນປືກສາຫາລືວຽກງານຮອບດ້ານ ທີ່ເປັນຜົນປະໂຫຍດລະຫວ່າງລອງຝ່າຍ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກິດດອກອອກຜົນຢ່າງແທ້ຈີງ.

.

#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ