ນາຍົກ ຊີ້ນຳ ສທໜລ ສົ່ງເສີມຊາວໜຸ່ມສ້າງເສດຖະກິດ ພັດທະນາແຫຼ່ງທຶນ ແລະ ດິຈິຕອນ

ໃນຕອນບ່າຍວັນທີ 06 ສິງຫາ 2026 ນີ້, ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫຼຸບວໜກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ພາຍໃຕ້ຫົວຂໍ້: ການພັດທະນາສະມາຄົມທຸລະກິດໜຸ່ມລາວ ແລະ ການສົ່ງເສີມ ຊາວໜຸ່ມສ້າງເສດຖະກິດ; ມີທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ; ທ່ານ ນາງ ສຸວານີ ຄຳຜຸຍ, ປະທານ ສະມາຄົມນັກທຸລະກິດໜຸ່ມລາວ; ບັນດາຄະນະບໍລິຫານງານ, ສະມາຊິກສະມາຄົມນັກທຸລະ ກິດໜຸ່ມລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກອງປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍຄວາມຮັບຜິດຊອບສູງ, ເນື້ອໃນຫຼາກຫຼາຍ ແລະ ເລິກເຊິ່ງ ໂດຍໄດ້ພ້ອມກັນຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ ແລະໄດ້ຄົ້ນຄວ້າກໍານົດມາດຕະການ-ວິທີການແກ້ໄຂ, ພ້ອມທັງກໍານົດທິດທາງແຜນການໃນຕໍ່ໜ້າ; ທີ່ສໍາຄັນ ແມ່ນໄດ້ລົງເລິກຄົ້ນຄວ້າ, ປຶກສາຫາລື ຕໍ່ວຽກງານສຳຄັນ ເປັນຕົ້ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ; ວຽກງານກໍ່ສ້າງ ແລະ ການປັບປຸງການຈັດຕັ້ງ, ການສ້າງນິຕິກຳ; ການສົ່ງເສີມ, ພັດທະນາສະມາຊິກ MSME ແລະ ການສ້າງແຫຼ່ງທຶນ ການຍົກລະດັບຄວາມຮູ້ ແລະ ທັກສະ; ວຽກງານການລົງທຶນ, ໂຄງການ ແລະ ການບໍລິຫານ; ວຽກງານຂະບວນການ ແລະ ການຊ່ວຍເຫຼືອສັງຄົມ; ວຽກງານຂະບວນການ ແລະ ການຊ່ວຍເຫຼືອສັງຄົມ; ວຽກງານກວດກາ ແລະ ວຽກງານການຮ່ວມມືພາຍໃນ ແລະ ຕ່າງປະເທດ.

ໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນພົ້ນເດັ່ນຂອງຄະນະບໍລິຫານງານ ສະມາຄົມນັກທຸລະກິດໜຸ່ມລາວ ທີ່ໄດ້ເປັນແກນນຳໃນການຊີ້ນຳ-ນຳພາສະມາຄົມນັກທຸລະກິດໜຸ່ມລາວ ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ເປັນກຳລັງແຮງອັນສຳຄັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຈັດຕັ້ງປະຕິບັດບັນດາວາລະແຫ່ງຊາດ ຮ່ວມກັບລັດຖະບານ ຢ່າງຕັ້ງໜ້າ ຈຶ່ງສາມາດຜ່ານຜ່າ ແລະ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຮັບຜົນດີຂຶ້ນເປັນກ້າວໆມາ. ເຖິງຢ່າງໃດກໍຕາມ, ຍັງມີບາງບັນຫາທີ່ເປັນສິ່ງທ້າທາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ ເຊິ່ງຄາດຄະເນໄດ້ຍາກ; ຂີດຄວາມສາມາດ ແລະ ການເຂົ້າເຖິງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການດຳເນີນທຸລະກິດຍັງມີຄວາມຈຳກັດ; ຄວາມສ່ຽງດ້ານເງິນຕາ, ເສດຖະກິດມະຫາພາກ ແລະ ຄວາມສ່ຽງດ້ານສິນເຊື່ອ; ຂໍ້ຈຳກັດດ້ານໂຄງສ້າງການຜະລິດພາຍໃນ; ເພື່ອສືບຕໍ່ຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ຍຸດທະສາດການພັດທະນາຊາວໜຸ່ມເຍົາວະຊົນ ຮອດປີ 2030 ໃຫ້ມີປະສິດທິຜົນສູງ ຖືໂອກາດນີ້, ທ່ານ ນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາບາງດ້ານ ເປັນຕົ້ນ: ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບທາງດ້ານສະຕິການເມືອງ, ເຕົ້າໂຮມຄວາມສາມັກຄີ ແລະ ຍູ້ແຮງການຮ່ວມທຶນໃນການປະຕິບັດໂຄງການ ໃຫ້ເປັນຮູບປະທຳ; ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອຂັບເຄື່ອນເສດຖະກິດແຫ່ງຊາດ ໂດຍສຸມໃສ່ 7 ຂະແໜງເສດຖະກິດ ທີ່ເປັນບູລິມະສິດ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃຫ້ມີຄວາມສະດວກວ່ອງໄວ; ສົ່ງເສີມຊາວໜຸ່ມສ້າງເສດຖະກິດ, ພັດທະນາແຫຼ່ງທຶນ ແລະ ຫັນເປັນດິຈິຕອນ ສຸມໃສ່ພັດທະນາແຮງງານຊາວໜຸ່ມ ໃຫ້ສາມາດເຂົ້າເຖິງຕະຫຼາດແຮງງານໄດ້ຢ່າງທົ່ວເຖິງ, ປຶກສາຫາລືຄົ້ນຄວ້າຂຽນບົດໂຄງການຕ່າງໆ ຮ່ວມກັບອົງການຈັດຕັ້ງສາກົນ; ຍາດແຍ່ງການພົວພັນຮ່ວມມື ແລະ ການເຊື່ອມໂຍງສາກົນຢ່າງມີຍຸດທະສາດ ຮູ້ຈັກນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນລະບົບການຄຸ້ມຄອງບໍລິຫານ ແລະ ຊອກຫາແຫຼ່ງທຶນຈາກຕ່າງປະເທດ ມາສົມທົບກັບທ່າແຮງທີ່ມີພາຍໃນປະເທດ ເພື່ອສ້າງມູນຄ່າເພີ່ມໃຫ້ສູງສຸດ. ພ້ອມທັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ກົມປະຊາສຳພັນ, ຫສນຍ