
ໃນກອງປະຊຸມສະຫຼຸບການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 6 ສິງຫາ 2026, ທ່ານ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳສຳຄັນ ເພື່ອສຸມໃສ່ການພັດທະນາອົງກອນ ແລະ ສົ່ງເສີມຊາວໜຸ່ມໃນການສ້າງເສດຖະກິດ.
ໃນໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ສທໜລ ທີ່ສາມາດບຸກບືນຜ່ານຜ່າສິ່ງທ້າທາຍທາງດ້ານເສດຖະກິດ, ໄພເງິນເຟີ້, ຄວາມອ່ອນໄຫວຂອງອັດຕາແລກປ່ຽນ ແລະ ໄພທຳມະຊາດ. ພ້ອມດຽວກັນ, ກໍໄດ້ເນັ້ນໃສ່ການແກ້ໄຂຂໍ້ຄົງຄ້າງ ເປັນຕົ້ນແມ່ນການກຳແໜ້ນນິຕິກຳ, ການຜັນຂະຫຍາຍ MOU ໄປສູ່ໂຄງການຕົວຈິງ, ການພັດທະນາລະບົບຖານຂໍ້ມູນ ແລະ ການເຂົ້າເຖິງແຫຼ່ງທຶນ.
ເພື່ອໃຫ້ການຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ 2026 ປະກົດຜົນເປັນຮູບປະທຳ, ເລຂາຄະນະບໍລິຫານງານ ສຊປລ ໄດ້ເນັ້ນໜັກ 5 ທິດທາງສຳຄັນ ດັ່ງນີ້:
1) ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ເຊື່ອມຊຶມນິຕິກຳ ແລະ ແນວທາງຂອງພັກ-ລັດ ໃຫ້ສະມາຊິກຢ່າງນ້ອຍ 1/2; ຜັນຂະຫຍາຍມະຕິ 04/ກມສພ ໂດຍການເປັນຕົ້ນແບບໃນການຫຼຸດຜ່ອນການນຳເຂົ້າ, ເພີ່ມການຜະລິດພາຍໃນ ແລະ ສ້າງມູນຄ່າເພີ່ມໃຫ້ສິນຄ້າລາວ.
2) ເລັ່ງປັບປຸງກົງຈັກ, ສ້າງ Digital Infrastructure ແລະ ກອງທຶນພັດທະນາ ສທໜລ: ຊຸກຍູ້ການເປີດກອງປະຊຸມສາມັນຂອງ ສທໜ ແຕ່ລະຂັ້ນ; ເລັ່ງສ້າງຕັ້ງ ສທໜ ແຂວງສາລະວັນ ແລະ ເມືອງນານ ແຂວງຫຼວງພະບາງ; ພັດທະນາ Big Data ເພື່ອເຊື່ອມໂຍງເຄືອຂ່າຍທຸລະກິດ; ພ້ອມທັງເລັ່ງຂໍອະນຸມັດສ້າງ "ກອງທຶນພັດທະນາ ສທໜລ" ເພື່ອຊ່ວຍ Startup ແລະ SME ຂອງຊາວໜຸ່ມ.
3) ຜັນຂະຫຍາຍ MOU ເປັນໂຄງການຕົວຈິງ, ຍູ້ແຮງນະວັດຕະກຳ AI ແລະ ສ້າງວຽກເຮັດງານທຳ: ຜັນຂະຫຍາຍ MOU ຮ່ວມກັບຄູ່ຮ່ວມມືຕ່າງປະເທດ (ຈີນ, ຍີ່ປຸ່ນ, ASEAN ACCESS) ໃຫ້ເກີດຜົນຕົວຈິງ; ນຳໃຊ້ເທັກໂນໂລຊີ, Digital Platforms ແລະ AI ເຂົ້າໃນການຜະລິດ ແລະ ການຕະຫຼາດ; ພ້ອມທັງມຸ່ງເນັ້ນໃຫ້ທຸກໂຄງການສ້າງອາຊີບ ແລະ ວຽກເຮັດງານທຳໃຫ້ຊາວໜຸ່ມຢູ່ທ້ອງຖິ່ນ.
4) ສ້າງຂະບວນການ 25 ປີ ສທໜລ ໃຫ້ມີຜົນກະທົບທາງເສດຖະກິດ-ສັງຄົມ: ຈັດງານເທດສະການ “ວຽກໃນຝັນ”; ຈັດກິດຈະກຳແລ່ນລະດົມທຶນຊ່ວຍເຫຼືອຊາວໜຸ່ມ-ເຍົາວະຊົນດ້ອຍໂອກາດຢູ່ແຂວງອຸດົມໄຊ; ແລະ ປະກອບສ່ວນຢ່າງຕັ້ງໜ້າໃນວາລະແຫ່ງຊາດ ດ້ານການແກ້ໄຂບັນຫາຢາເສບຕິດ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
5) ເພີ່ມທະວີການຕິດຕາມ, ກວດກາ ແລະ ກົນໄກການປະສານງານ: ເພີ່ມທະວີການຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງ, ການເງິນ ແລະ ໂຄງການຕ່າງໆ; ພ້ອມທັງຮັກສາລະບົບການລາຍງານ ແລະ ປະສານງານກັບ ສູນກາງຊາວໜຸ່ມ ແລະ ຂະແໜງການລັດຢ່າງສະໝ່ຳສະເໝີ.
ທ່ານ ທອງລີ ສີສຸລິດ ໄດ້ເນັ້ນຢ້ຳໃນຕອນທ້າຍວ່າ: “ຄວາມສາມັກຄີທີ່ເປັນປຶກແຜ່ນຂອງນັກທຸລະກິດໜຸ່ມ ແມ່ນປັດໄຈຕັດສິນໄຊຊະນະ” ແລະ ເຊື່ອໝັ້ນວ່າ ສທໜລ ຈະສາມາດຜ່ານຜ່າທຸກສິ່ງທ້າທາຍ, ສ້າງ ສທໜລ ໃຫ້ເປັນກຳລັງແຮງດ້ານເສດຖະກິດທີ່ແຂງແກ່ນ, ທັນສະໄໝ ແລະ ເປັນທີ່ເພິ່ງຂອງຊາວໜຸ່ມລາວ ເພື່ອປະກອບສ່ວນພັດທະນາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ.
ຂ່າວ: ສາວລາວໃຕ້