
43 ພັນລ້ານກີບໃນ 6 ເດືອນ! ເສັ້ນເຝີດອນຂະເໝົາ ຈາກພູມປັນຍາທ້ອງຖິ່ນສູ່ທຸລະກິດສະຫະກອນຮ້ອຍລ້ານ
.
ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນນຊຸມຊົນ ດອນຂະເໝົາ ເຜີຍຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ຜ່ານມານີ້ວ່າ: ເສັ້ນເຝີດອນຂະເໝົາ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານທີ່ສືບທອດກັນມາແຕ່ລຸ້ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ. ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ. ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ຈາກຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຢ່າງໄວວາ, ໃນປີ 2025 ໄດ້ຍົກລະດັບສ້າງຕັ້ງເປັນ "ສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ" ຢ່າງເປັນທາງການ. ປັດຈຸບັນ ມີສະມາຊິກເພີ່ມຂຶ້ນເຖິງ 48 ຄອບຄົວ, ມີກຳລັງແຮງງານທັງໝົດ 144 ຄົນ (ຍິງ 48 ຄົນ) ແລະ ມີໂຮງງານຜະລິດເສັ້ນເຝີກວມເອົາ 4 ບ້ານ (ບ້ານຂະເໝົາໂພນຈໍາປາ, ຂະເໝົາພູແມວ, ຂະເໝົາປາກເຊ, ແລະ ລົບປາກດີກາງ) ລວມທັງໝົດ 22 ແຫ່ງ. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ສະຫະກອນສາມາດຜະລິດເສັ້ນເຝີໄດ້ສະເລ່ຍ 288 ໂຕນ/ເດືອນ (ມູນຄ່າ 7,2 00 ລ້ານກີບ/ເດືອນ). ລວມ 6 ເດືອນ ສາມາດຜະລິດໄດ້ທັງໝົດ 1,728 ໂຕນ ສ້າງລາຍຮັບໄດ້ເຖິງ 43 ພັນລ້ານກີບ, ປະຕິບັດໄດ້ 90% ຂອງແຜນການປີ ແລະ ເພີ່ມຂຶ້ນ 9% ຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ນອກຈາກຕົວເລກທາງເສດຖະກິດທີ່ໂດດເດັ່ນແລ້ວ, ເສັ້ນເຝີດອນຂະເໝົາຍັງໄດ້ເຂົ້າຮ່ວມງານວາງສະແດງທັງລະດັບເມືອງ ແລະ ແຂວງ ລວມ 7 ຄັ້ງ, ທີ່ສໍາຄັນແມ່ນສາມາດຍາດໄດ້ອັນດັບທີ 1 ໃນງານວັດພູຈໍາປາສັກ ຈາກ 9 ຕົວເມືອງ ແລະ 1 ນະຄອນ ທົ່ວແຂວງຈຳປາສັກ. ພ້ອມກັນນັ້ນ, ສະຫະກອນຍັງໄດ້ແບ່ງປັນຜົນກຳໄລຄືນສູ່ສັງຄົມ ໂດຍໄດ້ປະກອບສ່ວນຊ່ວຍເຫຼືອວຽກງານສ່ວນລວມພາຍໃນຕາແສງ ແລະ ເມືອງ ເປັນມູນຄ່າຫຼາຍກວ່າ 180 ລ້ານກີບ.
ທ່ານ ໄພທອງ ແສງປະທຸມ ໃຫ້ຮູ້ຕື່ມວ່າ: ຄວາມສໍາເລັດອັນຍິ່ງໃຫຍ່ນີ້ແມ່ນເກີດຈາກການຊີ້ນຳ-ນຳພາຂອງພັກ-ລັດ, ຜ່ານມາໄດ້ຮັບການສະໜັບສະໜູນອຸປະກອນການຜະລິດຈາກ ໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງ ເຊັ່ນ: ຈັກຊອຍເສັ້ນເຝີ 5 ເຄື່ອງ, ຜ້າຢາງເຮືອນຕາກ 10 ມັດ ແລະ ເຄື່ອງອັດສູນຍາກາດ 1 ເຄື່ອງ (ມູນຄ່າ 250 ລ້ານກີບ). ຄຽງຄູ່ກັບຜົນງານຕ່າງໆທີ່ກ່າວມານັ້ນ ສະຫະກອນກໍຍັງເຫັນເຖິງຂໍ້ຫຍຸ້ງຍາກ ເປັນຕົ້ນ: ແມ່ນການຂາດເຂີນເຂົ້າທີ່ເປັນວັດຖຸດິບ (ເຂົ້າທີ່ຊາວບ້ານຜະລິດເອງໃຊ້ໄດ້ພຽງ 3 ເດືອນ ຈຳເປັນຕ້ອງຊື້ເພີ່ມຈາກບ້ານໃກ້ຄຽງ) ແລະສະພາບເສດຖະກິດສິນຄ້າລາຄາແພງ ເຮັດໃຫ້ສະມາຊິກບາງຄອບຄົວຕ້ອງຢຸດຕິການຜະລິດຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ສະຫະກອນ ຜະລິດເສັ້ນເຝີພັດທະນນຊຸມຊົນ ດອນຂະເໝົາ ຍັງຄົງມຸ່ງໝັ້ນທີ່ຈະປັບປຸງ ແລະ ເດີນໜ້າສູ້ຕໍ່ເພື່ອຮັກສາຄຸນນະພາບເສັ້ນເຝີດອນຂະເໝົາ ໃຫ້ເປັນສິນຄ້າພູມປັນຍາທີ່ສ້າງລາຍໄດ້ ແລະ ຊື່ສຽງໃຫ້ເມືອງໂຂງຢ່າງຍືນຍົງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ