ແລກປ່ຽນບົດຮຽນການນໍາພາຊີ້ນຳວຽກງານສື່ມວນຊົນ ແລະ ການຄຸ້ມຄອງສື່ມວນຊົນ

ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ (ຄອສພ) ນໍາໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ໄດ້ພົບປະກັບ ທ່ານ ຫງຽນດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ແຂວງນິງບິງ ສສ ຫວຽດ ນາມ ພ້ອມຄະນະ ໃນວັນທີ 5 ສິງຫາ 2026 ຢູ່ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ. ທັງນີ້, ກໍເພື່ອແລກປ່ຽນບົດຮຽນການເຄື່ອນໄຫວວຽກງານຂອງສອງຝ່າຍຮັບຜິດຊອບ ໂດຍສະເພາະການນໍາພາ, ຊີ້ນຳວຽກງານສື່ມວນຊົນ ແລະ ການຄຸ້ມຄອງສື່ມວນຊົນ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ, ອົບອຸ່ນ ບົນພື້ນຖານຄວາມສາມັກຄີ, ຮັກແພງ ມີບັນຍາກາດ. ໃນນັ້ນ, ໄດ້ຮັບຟັງກ່ຽວກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ ກໍຄື ບັນດາຂ່າວປອມ, ຂ່າວບິດເບື່ອນຜ່ານສື່ສັງຄົມອອນລາຍ ຢູ່ແຂວງນິງບິງ ແລະ ພັນທະການຕອບສະໜອງຂໍ້ມູນໃຫ້ແກ່ສື່ມວນຊົນທາງການຂອງພາກສ່ວນຕ່າງໆ ທັງອົງການພາກລັດ, ເອກະຊົນ ແລະ ສັງຄົມ ໃນແຕ່ລະໄລຍະ ເພື່ອເຮັດໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ເປັນຄວາມຈິງ, ວ່ອງໄວ ແລະ ທັນການ.
ຂ່າວ-ພາບ: ກົມສື່ມວນຊົນ ຄອສພ