
ຖືວ່າເປັນນິມິດໝາຍທີ່ດີສໍາລັບວົງການລ້ຽງປານໍ້າຈຶດໃນນະຄອນຫລວງວຽງຈັນ ຫລັງທີ່ບໍລິສັດຈະເລີນຟາມ ຈະໄດ້ລົງທຶນຕື່ມໃຫ້ແກ່ສະມາຊິກ ແລະ ຂະຫຍາຍເນື້ອທີ່ການລ້ຽງປາໃຫ້ໄດ້ 90 ກວ່າເຮັກຕາ ທີ່ບ້ານດົງຄວາຍ ເມືອງໄຊທານີ ພ້ອມຂະຫຍາຍແນວພັນປາໃຫ້ຄົບວົງຈອນ ເປົ້າໝາຍສ້າງໃຫ້ເປັນສູນລວມການປະມົງນໍ້າຈຶດທີ່ທັນສະໄໝ ຕອບໂຈດຄຸນນະພາບປາທີ່ດີ ແລະຄາລາໝັ້ນຄົງ.
ທ່ານ ອານຸສັກ ແກ້ວຈະເລີນ ຜູ້ອໍານວຍການບໍລິສັດ ຈະເລີນຟາມ, ໄດ້ລາຍງານໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງການລ້ຽງປາດຸກເປັນສິນຄ້າ (ລ້ຽງໃສ່ອ່າງ) ຊຶ່ງມີເນື້ອທີ່ທັງໝົດ 22 ແຮັກຕາ ໂດຍດໍາເນີນກິດຈະການມາໄດ້ 3 ປີ, ກິດຈະກໍາຫຼັກທາງຟາມແມ່ນເນັ້ນການລ້ຽງປາດຸກ, ເພາະພັນລູກປາດຸກ ແລະ ຕັ້ງໂຮງງານແປຮູບປາ, ໂດຍແຫຼ່ງທຶນທີ່ນໍາໃຊ້ດໍາເນີນກິດຈະການແມ່ນທຶນສ່ວນຕົວ 100%. ຮູບແບບການລ້ຽງປາ ຈາກເດີມແມ່ນເລີ່ມລ້ຽງໃສ່ໜອງ ກ່ອນທີ່ຈະປ່ຽນມາລ້ຽງໃສ່ກະຊັງ ຕໍ່ມາ ຈຶ່ງໄດ້ຫັນມາລ້ຽງ ແບບໃສ່ອ່າງລະບົບນໍ້າໝູນວຽນ ຜົນປະກົດວ່າໄດ້ຜົນຕອບແທນສູງ ແລະ ປາກໍມີຄຸນນະພາບ ປະຈຸບັນມີສະມາຊີກ 22 ຄົນ, ມີອ່າງລ້ຽງປາດຸກ ທັງໝົດ 300 ອ່າງ ກໍາລັງການຜະລິດແມ່ນ 2 ໂຕນຕໍ່ມື້ ສິນຄ້າທີ່ຜະລິດໄດ້ ແມ່ນສະໜອງໃຫ້ຕະຫຼາດພາຍໃນນະຄອນຫຼວງ ແລະ ແຂວງອອ້ມຂ້າງ ສໍາລັບສິນຄ້າແປຮູບປາ ແມ່ນສະໜອງໃຫ້ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ.
ທ່ານຜູ້ອໍານວຍໃຫ້ຮູ້ຕື່ມວ່າ: ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດ ແລະ ເພື່ອຂະຫຍາຍການຕອບສະໜອງຄວາມຕ້ອງໃຫ້ໄດ້ປະລິມານສູງຂື້ນ, ປະຈຸບັນທາງບໍລິສັດຈະເລີນຟາມພວກເຮົາ ໄດ້ມີແຜນຂະຫຍາຍຈໍານວນສະມາຊິກໃຫ້ຫລາຍຂື້ນ ແລະ ເປີດກວ້າງການລົງທຶນໃຫ້ແກ່ສະມາຊິກຜູ້ທີ່ສົນໃຈ ຢາກຮ່ວມມາລ້ຽງປານໍ້າບໍລິສັດ ທີ່ອໍານວຍຄວາມສະດວກທາງດ້ານຕົ້ນທຶນ, ແນວພັນ, ວິຊາການຄົບຊຸດ ຕະຫລອດຮອດການຕະຫລາດຮອງຮັບທີ່ໝັ້ນຄົງໃຫ້ກັບສະມາຊິກ, ຊຶ່ງນອກນີ້ແມ່ນຈະໄດ້ຂະຫຍາຍພື້ນທີ່ໃຫ້ໄດ້ 94 ເຮັກຕາ, ພັດທະນາໃຫ້ເປັນອຸດສາຫະກໍາ ການປະມົງລ້ຽງສັດນໍ້າສະເພາະ, ຈະຂະຫຍາຍແບ່ງໂຊນລ້ຽງກຸ້ງ, ປນນິນ, ປາກະໂພງ, ປາດຸກ ພ້ອມຂະຫຍາຍສະມາຊິກ, ສ້າງໃຫ້ເປັນສູນລວມບ່ອນດຽວ ເພື່ອຫລີກລ້ຽງບັນຫາຊີ້ນເປືອງ, ບັນຫາປາຕາຍ ແລະ ຄ່າຂົນສົ່ງ, ຊຶ່ງຈຸດດີສາມາດເບີ່ງແຍງໄດ້ທົ່ວເຖີງ ແລະ ຄຸນນະພາບຂອງປາຈະສູງຂື້ນ ເນື່ອງຈາກມີວິຊາການຕິດຕາມຢ່າງໃກ້ຊິດ ເພື່ອພັດທະນາພັດທະນາເປັນສູນລວມການປະມົງນໍ້າຈຶດທີ່ທັນສະໄໝ.