
ເສດຖະກິດເມືອງແກ່ນທ້າວ ແຂວງໄຊຍະບູລີ ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງໃນລະດັບ 6,84% ຕໍ່ປີ ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້. ໂດຍສາມາດສ້າງມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດໄດ້ຫຼາຍກວ່າ 11,16 ລ້ານໂດລາສະຫາລັດ ເຊິ່ງພືດເສດຖະກິດຫຼັກຢ່າງ ມັນຕົ້ນແຫ້ງ ແລະ ສາລີແຂງ ເປັນຕົ້ນກຳລັງຊຸກຍູ້ສຳຄັນ ພ້ອມດັງດັນໃຫ້ລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ເຖິງ 29,23 ລ້ານກີບຕໍ່ຄົນຕໍ່ປີ.
ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງ ເມືອງແກ່ນທ້າວ ໄດ້ ລາຍງານການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ 2026 ໃນກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ໃນວັນທີ 4 ສິງຫາ 2026 ໂດຍສະເພາະ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດແກ້ໄຂເປົ້າໝາຍ ພົວພັນຢາເສບຕິດ ໄດ້ 13 ເລື່ອງ, ຢຶດຂອງກາງຢາບ້າໄດ້ 2.403.115 ເມັດ, ຢາໄອ້ 128 ກິໂລກຣາມ ພ້ອມທັງເລີກຮື້ເປົ້າໝາຍຜູ້ເສບຢາເສບຕິດ ແລະ ສົ່ງເຂົ້າໂຮງຮຽນສຶກສາອົບຮົມ 148 ຄົນ, ຍິງ 5 ຄົນ. ສຳລັບດ້ານເສດຖະກິດ: ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວ ໃນລະດັບ 6,84% ຕໍ່ປີ ລວມຍອດລາຍຮັບພາຍໃນບັນລຸ 1,260.69 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 29,23 ລ້ານກີບຕໍ່ຄົນຕໍ່ປີ. ສ່ວນດ້ານງົບປະມານ: ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 6,924.76 ລ້ານກີບ (ເທົ່າກັບ 52,16% ຂອງແຜນການປີ 13,274 ລ້ານກີບ); ດ້ານລາຍຈ່າຍປະຕິບັດໄດ້ 2,076 ລ້ານກີບ (ເທົ່າກັບ 47,83% ຂອງແຜນການປີ 4,342 ລ້ານກີບ).
ດ້ານການຄ້າ ແລະ ການຜະລິດ: ການສົ່ງອອກສິນຄ້າໄປຕ່າງປະເທດ 214,104 ໂຕນ, ມູນຄ່າ 11,16 ລ້ານໂດລາສະຫາລັດ (ສິນຄ້າຫລັກແມ່ນ ມັນຕົ້ນແຫ້ງ ແລະ ສາລີແຂງ); ສິນຄ້ານໍາເຂົ້າຜ່ານດ່ານສາກົນ ມີ 62,299,422 ຫົວໜ່ວຍ, ມູນຄ່າ 49,78 ລ້ານໂດລາສະຫາລັດ (ສິນຄ້າຫລັກແມ່ນນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງກໍ່ສ້າງ). ນອກນັ້ນ, ເມືອງໄດ້ລົງກວດກາສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນຄໍາຕົກຂ້ອນ ຕາມລໍານໍ້າຂອງຢ່າງເຂັ້ມງວດ.
ທ່ານ ສີຄານ ແກ່ນມະນີ ໃຫ້ຮູ້ຕື່ມວ່າ: ດ້ານການຜະລິດກະສິກໍາ: ການຜະລິດນາປີ ເນື້ອທີ່ 6,359 ເຮັກຕາ ປັກດໍາໄດ້ແລ້ວ 6,112 ເຮັກຕາ (ເທົ່າກັບ 96,12%), ເຂົ້າໄຮ່ ປະຕິບັດໄດ້ 155,70 ເຮັກຕາ (ເທົ່າກັບ 77,85%), ແລະ ການຜະລິດພືດລະດູຝົນ ປະຕິບັດໄດ້ 19,905.59 ເຮັກຕາ (ເທົ່າກັບ 92,16% ຂອງແຜນການ). ດ້ານວຽກງານຄຸ້ມຄອງທີ່ດິນ ສາມາດຂຶ້ນທະບຽນອອກໃບຕາດິນເປັນລະບົບໄດ້ 115 ຕອນ ແລະ ອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ 443 ຕອນ; ດ້ານການພັດທະນາພື້ນຖານໂຄງລ່າງ ໄດ້ກໍ່ສ້າງເສັ້ນທາງເບຕົງແຕ່ໜ້າຫ້ອງວ່າການ ຫາ ວັດສີພູມ ແລະ ທາງປູຢາງ 2 ຊັ້ນ ເທສະບານເມືອງ ສໍາເລັດ 100%, ກໍ່ສ້າງຍົກລະດັບທາງປູຫີນຜັງບ້ານນໍ້າເຕົ່າ ຍາວ 2,867 ແມັດ ສໍາເລັດ 100%. ສຳລັບການກໍ່ສ້າງຕາຝັ່ງເຈື່ອນ ຢູ່ຈຸດເໜືອຂົວມິດຕະພາບນໍ້າເຫືອງ (ຍາວ 2,042 ແມັດ) ປະຕິບັດໄດ້ 55%, ຈຸດບ້ານພວນ (ຍາວ 590 ແມັດ) ປະຕິບັດໄດ້ 91%, ຈຸດບ້ານຄອນຕາຢູ່ (ຍາວ 2,300 ແມັດ) ປະຕິບັດໄດ້ 73%, ຈຸດປໍ້າສູບນໍ້ານາຮົ່ມ ບ້ານຈອມແກ້ວ (ຍາວ 2,500 ແມັດ) ປະຕິບັດໄດ້ 12% ແລະ ຈຸດເໜືອບ້ານຄອນຕາຢູ່-ບ້ານໂພນສະຫວ່າງ (ຍາວ 3,025 ແມັດ) ປະຕິບັດໄດ້ 30%.
ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ: ທົ່ວເມືອງມີຄອບຄົວພົ້ນທຸກ 8,261 ຄອບຄົວ (ກວມ 96,68%, ຍັງບໍ່ທັນພົ້ນທຸກ 284 ຄອບຄົວ); ຄອບຄົວພັດທະນາ 8,137 ຄອບຄົວ (ກວມ 95,23%, ຍັງບໍ່ທັນບັນລຸ 408 ຄອບຄົວ). ດ້ານການຈັດປະເພດບ້ານ, ມີບ້ານພົ້ນທຸກກວມເອົາ 100% ຂອງທົ່ວເມືອງ, ບ້ານພັດທະນາມີ 34 ບ້ານ (ກວມ 72,34%) ແລະ ຍັງບໍ່ທັນບັນລຸ 13 ບ້ານ. ດ້ານວັດທະນະທໍາ-ສົງຄົມ: ຄາດໝາຍດ້ານການສຶກສາ ແລະ ກິລາ 12 ຄາດໝາຍ ປະຕິບັດບັນລຸ 5 ຄາດໝາຍ (ຍັງ 7 ຄາດໝາຍ); ຄາດໝາຍດ້ານສາທາລະນະສຸກ 11 ຄາດໝາຍ ປະຕິບັດບັນລຸ 7 ຄາດໝາຍ (ຍັງ 4 ຄາດໝາຍ). ນອກນີ້, ໄດ້ຈັດຫາວຽກເຮັດງານທໍາໃຫ້ແຮງງານພາຍໃນເມືອງຊົ່ວຄາວ 250 ຄົນ ແລະ ສົ່ງໄປອອກແຮງງານຢູ່ປະເທດ ສ ເກົາຫລີ 180 ຄົນ.
ດ້ານບໍລິຫານລັດ ແລະ ຍຸຕິທໍາ ໄດ້ເອົາໃຈໃສ່ຄຸ້ມຄອງລັດ-ສັງຄົມຕາມລະບຽບກົດໝາຍ, ປະກາດສ້າງຕັ້ງຕາແສງສໍາເລັດ 4 ຕາແສງ, ໂຄສະນາເຜີຍແຜ່ກົດໝາຍຢູ່ຂັ້ນບ້ານໄດ້ 12 ບ້ານ, ຝຶກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄດ້ 7 ບ້ານ, ໃຫ້ຄໍາປຶກສາດ້ານກົດໝາຍ 98 ເລື່ອງ. ດ້ານການປະຕິບັດຄໍາຕັດສິນຂອງສານທັງໝົດ 82 ເລື່ອງ ຈັດຕັ້ງປະຕິບັດສໍາເລັດ 3 ເລື່ອງ, ບໍ່ສາມາດປະຕິບັດໄດ້ 3 ເລື່ອງ ແລະ ພວມດໍາເນີນການຈັດຕັ້ງປະຕິບັດ 76 ເລື່ອງ.