ໂອເປັກພລັສ ເພີ່ມການຜະລິດນ້ຳມັນໃນເດືອນກັນຍາ ຂຶ້ນ 188,000 ບາເຣວຕໍ່ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໂອເປັກພລັສ (OPEC+) ຫຼື ກຸ່ມພັນທະມິດ ຜູ້ສົ່ງອອກນ້ຳມັນຂອງ OPEC 7 ປະເທດ (ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ) ໄດ້ຕົກລົງທີ່ຈະເພີ່ມເພດານການຜະລິດນ້ຳມັນໃນເດືອນກັນຍາ ອີກ 188,000 ບາເຣວຕໍ່ມື້ ຫຼັງຈາກກອງປະຊຸມເພື່ອທົບທວນສະຖານະການ ແລະ ທ່າອ່ຽງຂອງຕະຫຼາດໂລກ.

ທັງ 7 ປະເທດ ໄດ້ຕັດສິນໃຈເພີ່ມການຜະລິດເພື່ອຊ່ວຍສະໜັບສະໜູນສະຖຽນລະພາບຂອງຕະຫຼາດນ້ຳມັນ, ຫຼັງຈາກການຫຼຸດການຜະລິດນໍ້າມັນໂດຍສະໝັກໃຈຄັ້ງທຳອິດ 1.65 ລ້ານບາເຣວຕໍ່ມື້ໃນເດືອນເມສາ 2023 ແລະຂະຫຍາຍເວລາໄປຈົນຮອດທ້າຍປີ 2026. ການຕັດສິນໃຈໃນວັນ 2 ສິງຫາ ຜ່ານມາ ຖືເປັນເດືອນທີ 6 ຕິດຕໍ່ກັນທີ່ OPEC+ ໄດ້ເພີ່ມການຜະລິດ.

ທັງນີ້, 7 ປະເທດ ຈະປັບລະດັບການຜະລິດໃຫ້ເໝາະສົມຕາມການປ່ຽນແປງຂອງຕະຫຼາດ ແລະ ມີກຳນົດຈະປະຊຸມກັນອີກຄັ້ງໃນວັນທີ 6 ກັນຍາ ເພື່ອຕັດສິນໃຈກ່ຽວກັບລະດັບການຜະລິດສຳລັບເດືອນຕຸລາ.