ຕະຫຼາດອຸດົມຊັບ ເມືອງໝື່ນ ປະກາດຫຼຸດຄ່າເຊົ່າຫ້ອງຄ້າຂາຍ ເພື່ອສົ່ງເສີມຜູ້ປະກອບການ

ເພື່ອເປັນການສົ່ງເສີມການຄ້າຂາຍທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ພໍ່ຄ້າ-ແມ່ຄ້າ ແລະຜູ້ປະກອບການຂະໜາດນ້ອຍ-ກາງ ສາມາດເຂົ້າເຖິງສະຖານທີ່ບໍລິການຄ້າຂາຍທີ່ມີມາດຕະຖານ, ທ່ານ ໄມພອນ ໝື່ນມີ ເຈົ້າຂອງຕະຫຼາດອຸດົມຊັບ (ຕະຫຼາດໂນນໄຮ) ເມືອງໝື່ນ ແຂວງວຽງຈັນ ໄດ້ໃຫ້ຮູ້ໃນວັນທີ 31 ກໍລະກົດ 2026 ຜ່ານມານີ້ວ່າ: ທາງຕະຫຼາດຈະໄດ້ເລີ່ມປະຕິບັດນະໂຍບາຍ ປັບຫຼຸດລາຄາຄ່າເຊົ່າຫ້ອງຕະຫຼາດລົງ ເປັນກໍລະນີທົດລອງ ເລີ່ມຕັ້ງແຕ່ວັນທີ 1 ສິງຫາ 2026 ເປັນຕົ້ນໄປ.

ທ່ານ ໄມພອນ ໝື່ນມີ ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ສະພາບພື້ນທີ່ພາຍໃນຕະຫຼາດອຸດົມຊັບ ຍັງມີຫ້ອງຫວ່າງຮອງຮັບໄດ້ອີກຫຼາຍຈຸດ, ເຊິ່ງເປັນພື້ນທີ່ກວ້າງຂວາງ, ສະອາດ, ບໍ່ແອອັດ ແລະ ຖືກຕ້ອງຕາມມາດຕະຖານສຸຂະອະນາໄມ. ດັ່ງນັ້ນ, ເພື່ອດຶງດູດໃຫ້ພໍ່ຄ້າ-ແມ່ຄ້າ ເຂົ້າມາຈັບຈອງ ແລະ ດຳເນີນທຸລະກິດຢ່າງເປັນລະບົບ, ທາງຕະຫຼາດຈຶ່ງໄດ້ກຳນົດໂຄງສ້າງລາຄາຄ່າເຊົ່າໃໝ່ ດັ່ງນີ້: ຊັ້ນລຸ່ມ: ລາຄາເລີ່ມຕົ້ນ 12,000,000 ກີບ/ປີ, ຊັ້ນເທິງ: ລາຄາເລີ່ມຕົ້ນ 11,500,000 ກີບ/ປີ, ເຊິ່ງຈະເນັ້ນໃສ່ສິນຄ້າປະເພດເຄື່ອງນຸ່ງຫົ່ມ, ເສື້ອຜ້າ, ເກີບ, ກະເປົາ ແລະ ເຄື່ອງແຟຊັນຕ່າງໆ.

ພິເສດ, ທາງຕະຫຼາດຍັງມີນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນຜະລິດຕະພັນໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ຂອງເມືອງໝື່ນ ໂດຍຈະຄິດໄລ່ຄ່າເຊົ່າໃນລາຄາພິເສດຕາມຄວາມເໝາະສົມ ເພື່ອຊຸກຍູ້ສິນຄ້າທ້ອງຖິ່ນໃຫ້ມີຕະຫຼາດຮອງຮັບທີ່ດີ.

ການປັບຫຼຸດຄ່າເຊົ່າໃນຄັ້ງນີ້ ນອກຈາກຈະຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງຜູ້ຄ້າຂາຍແລ້ວ, ຍັງເປັນການປະກອບສ່ວນສຳຄັນໃນການແກ້ໄຂບັນຫາການວາງຂາຍສິນຄ້າຕາມຂອບທາງ ຫຼື ເທິງຖະໜົນ ທີ່ກໍ່ໃຫ້ເກີດຄວາມແອອັດ ແລະ ຄວາມຮັກສາຄວາມປອດໄພໃນການສັນຈອນ. ທັງນີ້ ກໍເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາ ພາຍໃນເມືອງໝື່ນ ແລະ ເປັນການປະຕິບັດຕາມລະບຽບກົດໝາຍ ກໍຄືທິດທາງຊີ້ນຳຂອງຂັ້ນເທິງຢ່າງເຂັ້ມງວດ.

ສຳລັບຜູ້ປະກອບການ, ພໍ່ຄ້າ-ແມ່ຄ້າ ທີ່ສົນໃຈ ຈັບຈອງພື້ນທີ່ຄ້າຂາຍ ສາມາດຕິດຕໍ່ພົວພັນໄດ້ໂດຍຕົງຢູ່ທີ່ ຫ້ອງການຕະຫຼາດອຸດົມຊັບ ເມືອງໝື່ນ ແຂວງວຽງຈັນ ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທາງໂທລະສັບ ເບີ: 020 5765 8899.