6ເດືອນ ນວ ກວດພົບເຫັນການລະເມີດ 33 ຫົວໜ່ວຍ ປັບໃໝ 351.000.000 ກີບ ທຸລະກິດທີ່ລະເມີດລະບຽບການຄຸ້ມ

ກອງປະຊຸມສະຫຼຸບການຈັດປະຕິບັດວຽກງານກວດກາການຄ້າ ແລະປົກປ້ອງຜູ້ຊົມໃຊ້ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງພະແນກອຸດສາຫະກຳ ແລະ ການ ຄ້າ (ອຄ) ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 3 ສິງຫາ 2026 ທີ່ສຳນັກງານພະແນກ ອຄ ນວ ເປັນປະທານຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ ບັນຫາຫົວໜ້າຮອງຫົວໜ້າກົມ ຮອງຫົວໜ້າພະແນກ ການ້ອມຂ້າງ ຫົວໜ້າຮອງຫົວໜ້າຂະແໜງ ແລະຫົວໜ້າຫ້ອງການ ອຄ ເມືອງເຂົ້າຮ່ວມ.

ໃນພິທີທ່ານ ນາງ ທັດດາວອນ ສີກະເສີມຄ່ຽມ ຮອງຫົວໜ້າພະ ແນກ ອຄ ນວ ໄດ້ຂຶ້ນຜ່ານບົດສະຫຼຸບຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຜ່ານມາໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາ ໃນ 3 ຂອບເຂດທີ່ເກີດຂື້ນພາຍໃນປະເທດຕາມດຳລັດວ່າດ້ວຍການກວດກາການຄ້າສະບັບເລກທີ 508/ລບ ລົງວັນທີ 4 ທັນ ວາ 2012 ກໍານົດ ຄື:ການຄ້າສິນຄ້າ ແລະລາຄາທີ່ລະເມີດລະບຽບການຄຸ້ມຄອງການຄ້າ ການດຳເນີນທຸລະກິດໂດຍບໍ່ມີທະບຽນວິສາຫະກິດ ແລະ ການຄ້າສິນຄ້ານອກລະບົບ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ໃນການດຳເນີນທຸລະກິດຂອງຫົວ ໜ່ວຍຜູ້ປະກອບການໃຫ້ມີຄວາມປອດໄພຂອງຜູ້ຊົມໃຊ້ ສົ່ງ ເສີມການຜະລິດພາຍໃນ ການນຳເຂົ້າການຈຳໜ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ ໄດ້ມາດ ຕະຖານ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ຊຸກຍູ້ການດຳເນີນການຄ້າທາງເອເລັກໂຕຣນິກໃຫ້ເຂົ້າສູລະບົບຄຸ້ມຄອງຂອງລັດ ນອກຈາກວຽກວິຊາສະເພາະແລ້ວຍັງໄດ້ເຂົ້າຮ່ວມແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ ນວ ເປັນຕົ້ນວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະຊານ ເມືອງ ວຽກງານການແກ້ໄຂການຊື້-ຂາຍໂລຫະເສດ ແລະ ວຽກງານແກ້ໄຂສຽງເນື່ອງນັ່ນ ຜ່ານການຈັດຕັ້ງປະຕິບັດ ສາມາດປະຕິບັດມາດຕະ ການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຄື:ຂັ້ນພະແນກ ໄດ້ກວດກາການດຳເນີນທຸລະກິດທັງໝົດ 86 ຫົວໜ່ວຍ ທຽບໃສ່ແຜນປະຈຳປີ 2026 ຈຳນວນ 432 ຫົວໜ່ວຍ ປະຕິບັດໄດ້ 19,99% ຂອງແຜນການ (ບໍ່ສາມາດປະຕິບັດໄດ້ຕາມແຜນເນື່ອງຈາກມີຄວາມຈຳເປັນແກ້ໄຂວຽກງານປິ່ນອ້ອມໃນໄລຍະຮິບດ່ວນ) ໃນນີ້ພົບເຫັນການລະເມີດ 33 ຫົວໜ່ວຍ ສາມາດປັບໃໝລວມເປັນມູນຄ່າ 351.000.000 ກີບ ກໍລະນີລະເມີດຫຼາຍ ກວ່າໝູ່ແມ່ນການດຳເນີນທຸລະກິດທີ່ລະເມີດລະບຽບການຄຸ້ມ ຄອງການຄ້າ ຕໍ່ມາແມ່ນດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາ ຫະກິດ ແລະ ສິນຄ້ານອກລະບົບ ໃນນີ້ໄດ້ແກ້ໄຂໃສ້ໝູນໍາເຂົ້າບໍ່ຖືກຕ້ອງຕາມລະບຽບ 10 ໂຕນ ເຊິ່ງໄດ້ນຳເອົາຕົວຢ່າງໄປກວດ ກາ ຜົນກວດສາມາດບໍລິໂພກໄດ້ຈຶ່ງໄດ້ປະຕິບັດມາດຕະການປັບໃໝຕາມລະບຽບການ ສາມາດກວດຢຶດຢາສູບນອກລະບົບ 446 ຕຸດ ແລະ ເບຍນໍາເຂົ້າບໍ່ຖືກຕ້ອງ 1.068 ແກັດ ມູນຄ່າ 211.740.000 ກີບ ຢຶດໝາກກະໂພກ ບັ້ງໄຟພຸ ໃນໄລຍະບຸນປີໃໝ່ສາກົນ ປີໃໝ່ຂອງຊາວຈີນ ແລະ ຫວຽດນາມ 19 ກິໂລ ຄມູນຄ່າ 1.900.000 ກີບ ໄດ້ສຳເລັດການຈັດພິທີທຳລາຍສິນ ຄ້ານອກລະບົບທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ ລວມມູນຄ່າທຳລາຍ 111.900.000 ກີບ ແລະ ຂັ້ນເມືອງໄດ້ກວດກາການດຳເນີນທຸລະກິດທັງໝົດ 670 ຫົວ ໜ່ວຍ ແລະ 27 ຕະຫຼາດພົບເຫັນຜູ້ລະເມີດ 23 ຫົວໜ່ວຍໄດ້ປັບໃໝລວມມູນຄ່າປັບໃໝ 46.700.000 ກີບ ກໍລະນີລະເມີດຫຼາຍກວ່າໝູ່ແມ່ນການດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາ ຫະກິດ ຫຼຸດລົງມາແມ່ນບໍ່ຕິດສະຫຼາກເປັນພາສາລາວ ໄດ້ກັກ ຢືດສິນຄ້ານຳເຂົ້ານອກລະບົບ ເປັນຕົ້ນເບຍນຳເຂົ້າບໍ່ຖືກຕ້ອງ 40 ແກັດ ຜ້າອານາໄມ 18 ແກັດ ຢາສູບ21 ຕຸດ ໝາກກະໂພກ ບັ້ງພຸ ດອກໄມ້ໄຟ 15,5 ກິໂລ.

ນອກນີ້ໃນກອງປະຊຸມຍັງໄດ້ຮັບຟັງຂໍ້ສະດວກຂໍ້ຫຍຸ້ງຍາກສິ່ງທ້າທາຍ ແລະບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຜ່ານມາທິດທາງແຜນການຈຸດສຸມໃນ 6 ເດືອນທ້າຍປີ 2026 ຂໍ້ສະເໜີ ແລະການປະກອບຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມໂດຍສະເພາະບັນດາຫົວໜ້າຫ້ອງການ ອຄ ເມືອງຕື່ມອີກ.
.
ແຫຼງຂ່າວ: ທີ່ມາວຽງຈັນໃໝ່